ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 20 ມີນາ 2025 ນີ້, ບັນດາສະມາຊິກສະພາ ແຫ່ງຊາດ ໄດ້ພ້ອມກັນ ລົງຄະແນນສຽງຮັບ ຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງກະຊວງ-ອົງການ ຈຳນວນໜຶ່ງດ້ວຍຄະແນນສຽງ ເຫັນດີເປັນສ່ວນຫລາຍ.
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງ ຊາດ ໄດ້ຜ່ານຄຳສະ ເໜີຂອງນາຍົກລັດຖະມົນຕີ ສະເໜີພິຈາລະນາ, ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງກະຊວງ-ອົງການເຊິ່ງຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ, ຖີ່ຖ້ວນຂອງບັນດາສະມາຊິກສະພາ ແຫ່ງຊາດຕໍ່ຄໍາສະເໜີຂອງນາຍົກລັດຖະມົນຕີ, ກອງປະຊຸມໄດ້ຕົກລົງ ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະ ຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ; ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງ ອຸດສາຫະກຳ ແລະ ການຄ້າ.
ໂຮມກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງ ຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ, ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກ ດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນ ທີ່ເຮັດ ວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງ ວ່າການສໍານັກງານນາຍົກລັດ ຖະມົນຕີ ແລະ ກະຊວງ- ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ.
ໂອນວຽກສື່ມວນຊົນ (ວຽກຖະແຫລງຂ່າວ) ພ້ອມທັງຍົກ ຍ້າຍບຸກຄະລາກອນ ອອກ ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໂດບໄດ້ມອບໃຫ້ລັດຖະບານ ສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ນໍາພາການໂຮມກົງຈັກຂັ້ນກະຊວງ, ອົງການ ໃຫ້ສໍາເລັດພາຍໃນເດືອນພຶດສະພາ ແລະ ສືບຕໍ່ປັບປຸງກົງຈັກການຈັດຕັ້ງຢູ່ ທ້ອງຖິ່ນໃຫ້ສໍາເລັດພາຍໃນເດືອນກໍລະກົດ 2025.





