ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສ ຫວຽດນາມ ຮັບດຳລົງບົດບາດເປັນປະທານໝູນວຽນ ຄະນະກຳມະການ ອາຊຽນ

Mar 20, 2025

ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 19 ມີນາ, ທ່ານ ນາງ ໂງມິງງວຽດ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ດ້ວຍຖານະ ເປັນປະທານ ໝູນວຽນ ຄະນະກຳມະການ ອາຊຽນ ປະຈຳ ນະຄອນຫລວງ Buenos Aires, ໄດ້ເປັນປະທານ ກອງປະຊຸມສະໄໝສາມັນ ຄັ້ງທີ 42 ຢູ່ສຳນັກງານ ສະຖານທູດ ຫວຽດນາມ. ຈາກນັ້ນ ເອກອັກຄະລັດຖະທູດ ຫວຽດນາມ ພ້ອມດ້ວຍ ເອກອັກຄະລັດຖະທູດ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ເອກອັກຄະລັດຖະທູດໄທ ໄດ້ປຶກສາຫາລື ກ່ຽວກັບ ແຜນການຄາດຄະເນ ຈະຜັນຂະຫຍາຍ ໃນໄລຍະຈະມາເຖິງ ແນໃສ່ສົ່ງເສີມ, ໂຄສະນາພາບພົດ ແລະ ທີ່ຕັ້ງຂອງບັນດາປະເທດ ອາຊຽນ ຢູ່ ອາກຊັງຕິນ. ບັນດາເອກອັກຄະລັດຖະທູດ ອາຊຽນ ກໍເຫັນດີຕໍ່ ບັນດາຂໍ້ສະເໜີຂອງ ສສ ຫວຽດນາມ, ຊຸກຍູ້ການເຮັດວຽກ ກັບບັນດາອົງການ ອຳນາດການປົກຄອງ, ປະຊາຄົມວິສາຫະກິດ ເພື່ອຍູ້ແຮງການເຊື່ອມຕໍ່, ເປີດກວ້າງ ແລະ ຍົກສູງປະສິດທິຜົນ ການຮ່ວມມື ດ້ານເສດຖະກິດ-ການເມືອງ.ໄປຄຽງຄູ່ກັບ ການຈັດບັນດາການເຄື່ອນໄຫວຂອງ ອາຊຽນ ຢ່າງເປັນທາງການຄື ເຫດການ ອາຊຽນ ຢູ່ ສະພາແຫ່ງຊາດ ອາກຊັງຕິນ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ກໍຈະເປັນປະທານ ບັນດາການເຄື່ອນໄຫວ ພົວພັນແລກປ່ຽນ ໃນວັນຄອບຄົວ ອາຊຽນ ຢູ່ນະຄອນຫລວງ Buenos Aires ຂອງ ອາກຊັງຕິນ.
No photo description available.