ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ທູດຫວຽດນາມ ເຂົ້າມາອວຍພອນວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

Mar 20, 2025

ໃນຕອນເຊົ້າຂອງວັນທີ 20 ມີນານີ້ ທີ່ ສໍານັກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ໃຫ້ການຕ້ອນຮັບ ສະຫາຍ ຫວງຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955 – 22/3/2025).
ໃນໂອກາດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ສະຫາຍ ຫວງຽນ ມິງ ເຕີມ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີອັນສະໜິດສະໜົມ, ຄໍາອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ຫວຽດນາມ-ລາວ ມາສູ່ ຄະນະພັກ-ຄະນະນໍາ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ພ້ອມທັງເປັນການທົບທວນຄືນມູນເຊື້ອວັນສ້າງຕັ້ງພັກ ປປ ລາວ ທີ່ມີຕົ້ນກໍາເນີດມາຈາກ ພັກກອມມູນິດອິນດູຈີນ ຄືກັນກັບ ພັກກອມມູນິດຫວຽດນາມ ຊຶ່ງໃນຕະຫຼອດໄລຍະ 70 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງ, ພັກປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກໍາປະຫວັດສາດ ໃນການນໍາພາການປະຕິວັດລາວ ເຮັດສໍາເລັດ ພາລະກິດປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ, ເຖິງວ່າຈະໄດ້ຮັບຜົນກະທົບຈາກ ສະພາບພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຕ່ ພັກ, ລັດຖະບານລາວ ກໍໄດ້ມີຄວາມພະຍາຍາມສູງໃນການແກ້ໄຂບັນຫາ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ພ້ອມນັ້ນ, ໄດ້ສະແດງຄວາມຂອບໃຈໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ໃນການດໍາເນີນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ; ຕີລາຄາສູງ ຕໍ່ການເຮັດວຽກຢ່າງຫ້າວຫັນຂອງ ສະຫາຍທູດ ແລະ ພະນັກງານສະຖານທູດ ໃນການປະສານສົມທົບ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມື ໃນຂົງເຂດວຽກງານຕ່າງໆ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູມຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ, ດີໃຈເປັນຢ່າງຍິ່ງ ທີ່ໄດ້ມາຊົມເຊີຍ ແລະ ອວຍພອນ ຄະນະພັກ-ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ແລະ ໄດ້ສະແດງຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນພິລະອາດຫານ ແລະ ປີຊາສາມາດຂອງ ພັກ ປປ ລາວ ຈະສາມາດນໍາພາ ປະຊາຊົນລາວ ສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະທ້າຍສະໄໝ ໃຫ້ປະສົບຜົນສໍາເລັດຢ່າງມີໄຊ.
ສອງຝ່າຍ ຕ່າງກໍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ກ້າວສູ່ລວງເລິກໃນທຸກຂົງເຂດວຽກງານ, ສອງຝ່າຍ ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງ ສອງພັກ, ສອງລັດ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງຈົນເຖິງທ້ອງຖິ່ນ, ມີການແລກປ່ຽນສະພາບການພາຍໃນຊຶ່ງກັນ ແລະ ກັນ ໂດຍສະເພາະບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງໃຫ້ເຂັ້ມແຂງ ເພື່ອເປັນການກະກຽມໃຫ້ແກ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຕົນ ທີ່ຈະມີຂຶ້ນໃນຕົ້ນປີ 2026.
ສອງຝ່າຍ ເຫັນດີສືບຕໍ່ຮ່ວມມື ແລະ ປະສານສົມທົບ ຢ່າງສະໜິດແໜ້ນ ໃນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ພັກ, ລັດ ກໍຄື ບັນດາຖະແຫຼງການຮ່ວມສອງຝ່າຍ, ບັນດາສັນຍາຂໍ້ຕົກລົງຂອງສອງລັດຖະບານ ລາວ-ຫວຽດນາມ ແລະ ບັນດາໂຄງການຮ່ວມມື, ການລົງທຶນ ແລະ ຊ່ວຍເຫຼືອ ທີ່ສອງຝ່າຍ ໄດ້ເປັນເອກະພາບກັນ ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ຄຕພ
ພາບ: ແສງຈັນ