ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງຍຸຕິທຳ ປາຖະກະຖາວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

Mar 20, 2025

ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນໃນວັນທີ 20 ມີນານີ້ ທີ່ກະຊວງຍຸຕິທຳ ໂດຍການປາຖະກະຖາຂອງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ.
ການປາຖະກະຖາຄັ້ງນີ້ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນອ້ອມຂ້າງກະຊວງໄດ້ຮັບຮູ້-ເຂົ້າໃຈທາດແທ້ມູນເຊື້ອອັນດີງາມຂອງພັກ ແນໃສ່ສັນ ລະເສີນຄຸນງາມຄວາມດີຂອງບັນດາບັນພະບູລຸດຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ ແລະ ເພື່ອປຸກລະດົມນໍ້າໃຈຮັກ ຊາດ, ຮັກລະບອບໃໝ່, ຍົກສູງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ສະຫາຍ ໄພວີ ສີບົວລິພາ ໄດ້ຍົກໃຫ້ເຫັນເຖິງປະຫວັດ, ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປ ລາວ ຕະຫຼອດ 70 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງຂຶ້ນ ກໍໄດ້ປະເຊີນກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກໍາອັນໜັກໜ່ວງເພື່ອນໍາພາ-ຊີ້ນໍາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຢ່າງດຸເດືອດຂ້ຽວຂາດ ກ້າວສູ່ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາມາເປັນແຕ່ລະໄລຍະຈົນມາຮອດປັດຈຸບັນນີ້
ໃນພິທີ, ສະຫາຍ ໄພວີ ສີບົວລິພາ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງ ພັກ ປປ ລາວ ຈຳນວນ 22 ສະຫາຍ ຍິງ 1 ສະຫາຍ, ມອບຫຼຽນກາລະນຶກ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955-25 ມີນາ 2025) ຈໍານວນ 24 ສະຫາຍ ຍິງ 11 ສະຫາຍ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2024 ຈຳນວນ 14 ໜ່ວຍພັກ, ສະມາຊິກພັກປະເພດແຂງມີ 257 ສະຫາຍ ຍິງ 90 ສະຫາຍ, ສະມາຊິກພັກປະເພດກາງມີ 5 ສະຫາຍ ຍິງ 1 ສະຫາຍ.