ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງແກ້ວອຸດົມ ເຫຼືອງພຽງ 6 ຄອບຄົວ

Mar 21, 2025

ການພັດທະນາເສດຖະກິດ-ສັງຄົມຂອງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຫັນປ່ຽນໄປຕາມກົນໄກເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 6,1% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸ 488,32 ຕື້ກວ່າກີບ ເທົ່າກັບ 99,15% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 24,36 ລ້ານກວ່າກີບ.
ທ່ານ ວິລະວຸດ ປະກິດ ເລຂາພັກເມືອງ ເຈົ້າເມືອງແກ້ວອຸດົມ ໄດ້ລາຍງານໃນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງແກວອຸດົມ ຄັ້ງທີ VIII ໃນວັນທີ 19 ມີນາ 2025 ວ່າ: 5 ປີຜ່ານມາ ໂຄງປະກອບທາງດ້ານເສດຖະກິດຂອງເມືອງແກ້ວອຸດົມຂະຫຍາຍຕົວຕາມກົນໄກຕະຫລາດ ເປັນຕົ້ນ ຂະແໜງກະສິກໍາ ຂະຫຍາຍຕົວ 5%, ກວມເອົາ 31,47%; ການປູກເຂົ້າໄດ້ 1.740 ເຮັກຕາ, ເກັບກ່ຽວຜົນຜະລິດໄດ້ 6.480 ໂຕນ, ສະມັດຕະພາບສະເລ່ຍ 3,72 ໂຕນຕໍ່ເຮັກຕາ, ສະເລ່ຍເຂົ້າເປືອກຕໍ່ຄົນໄດ້ 325 ກິໂລ ກຣາມຕໍ່ປີ.
ສ່ວນການປູກພືດ ໄດ້ 2.036,48 ເຮັກຕາ, ເກັບກູ້ຜົນຜະ ລິດໄດ້ 10.275,20 ໂຕນ ສາມາດຈໍາໜ່າຍໄດ້ 9.365,65 ໂຕນ, ເທົ່າກັບ 91,14% ຂອງຜົນຜະລິດທັງໝົດ, ຄິດເປັນມູນ ຄ່າ 137,28 ຕື້ກີບ, ອັນທີ່ພົ້ນເດັ່ນແມ່ນມັນຕົ້ນ, ກ້ວຍຫອມ, ຢາງພາລາ, ປາມນໍ້າມັນ ແລະ ການຜະລິດຊີ້ນ, ປາ ແລະ ໄຂ່ໄດ້ 2.176,76 ໂຕນ, ສະເລ່ຍການບໍລິໂພກຕໍ່ຫົວຄົນໄດ້ 54,19 ກິໂລກຣາມຕໍ່ປີ. ປັດຈຸບັນ, ທົ່ວເມືອງມີການລ້ຽງສັດແບບຟາມ 18 ຟາມ, ຊົນລະປະທານມີ 4 ແຫ່ງ ສາມາດສະໜອງນໍ້າໄດ້ 619 ເຮັກຕາ.
ຂະແໜງອຸດສາຫະກຳ ຂະຫຍາຍຕົວ 6,3%, ການຜະລິດອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ 298,97 ຕື້ກີບ, ສາມາດຈໍາໜ່າຍໄດ້ 358,97 ຕື້ກີບ, ຊຸກຍູ້ການຜະລິດກະແສໄຟຟ້າໄດ້ 5.015,394 ລ້ານກິໂລວັດໂມງ ມູນຄ່າ 2.385 ຕື້ກີບ ແລະ ຈໍາໝ່າຍໄດ້ 4.950,6 ລ້ານກິໂລວັດໂມງ, ມູນຄ່າ 2.301 ຕື້ກີບ. ປັດຈຸບັນທົ່ວເມືອງມີໄຟຟ້າໃຊ້ທຸກບ້ານກວມເອົາ 100% ທົ່ວເມືອງ, ແຕ່ມີພຽງ 1 ບ້ານ (ບ້ານຫ້ວຍປຸ່ງ) ແມ່ນນໍາໃຊ້ໄຟຟ້າແສງຕາເວັນ.
ສຳລັບວຽກງານທ່ອງທ່ຽວ, ທົ່ວເມືອງມີນັກທ່ອງທ່ຽວເຂົ້າມາທ່ຽວ 122.517 ເທື່ອຄົນ, ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 63,04 ຕື້ກີບ. ພ້ອມນີ້, ໄດ້ເອົາໃຈໃສ່ປັບປຸງຄຸນນະພາບຂອງການສຶກສາຮອບດ້ານ, ຂະຫຍາຍໂຮງຮຽນໄປສູ່ເຂດຊົນນະບົດຫ່າງໄກຊອກຫລີກ, ເດັກໃນເກນອາຍຸໄດ້ເຂົ້າຮຽນຢ່າງທົ່ວເຖິງ.
ປັດຈຸບັນທົ່ວເມືອງບ້ານພັດທະນາ 16 ບ້ານ, ມີຄອບຄົວພົ້ນທຸກ 3.751 ຄອບຄົວ ແລະ ຍັງມີຄອບຄົວບໍ່ພົ້ນທຸກ 6 ຄອບຄົວ, ມີຄອບຄົວຕົວແບບ 13 ຄອບຄົວ, ຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 26 ບ້ານ ເທົ່າກັບ 100%.