ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງຈຳປາສັກ ຄັ້ງທີ IX

Mar 21, 2025

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງຈຳປາສັກ ຄັ້ງທີ IX ຈັດຂຶ້ນໃນວັນທີ 20 ມີນາ 2025. ມີ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍຜູ້ແທນສົມບູນຈຳນວນ 169 ສະຫາຍ ຍິງ 40​ ສະຫາຍເຂົ້າຮ່ວມ.
ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກສະເໜີ ແລະ ບົດສຳຫລວດການນຳພາ-ຊີ້ນຳຂອງຄະນະບໍລິຫານງານຊຸດເກົ່າ. ຈາກນັ້ນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານແຂວງຊຸດໃໝ່ ເຊິ່ງມີຜູ້ສະໝັກ 50 ສະຫາຍເລືອກເອົາ 45 ສະຫາຍ.
ກອງປະຊຸມໄດ້ເຫັນດີເປັນເອກະພາບກັນເລືອກເອົາ ສະຫາຍ ສອນສະຫວັນ ສີວິໄລ ເປັນປະທານຄະນະບໍລິຫານງານ ສະຫະ ພັນກຳມະບານແຂວງຈຳປາສັກ ສະໄໝທີ IX, ສະຫາຍ ນາງ ສາຍ ສະໝອນ ຄຳພາປັດ ເປັນຮອງປະທານ, ທັງເປັນປະທານກວດກາ ສະຫະພັນກຳມະບານແຂວງຈຳປາສັກ, ສະຫາຍ ແສງຕາວັນ ຟອງວົງສາລາດ, ສະຫາຍ ສິນໄຊ ບຸນສີຟອງ, ສະຫາຍ ສີທາ ພິມມະສອນ ເປັນຮອງປະທານ ແລະ ອີກ 40 ສະຫາຍ ເປັນຄະນະ ເພື່ອສືບຕໍ່ນຳພາ-ຊີ້ນຳ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃນທົ່ວແຂວງ ສືບຕໍ່ເປັນກຳລັງແຮງອັນສຳຄັນໃນການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານແຂວງໃຫ້ເຕີບໃຫຍ່ເຂັ້ມແຂງ.
ກອງປະຊຸມໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງສະຫາຍ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນກຳມະບານແຂວງຈຳປາສັກ ຊຸດໃໝ່ຈົ່ງໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານທົ່ວແຂວງຈຳປາສັກ ຄັ້ງທີ IX ແລະ ເອົາໃຈໃສ່ການເຮັດວຽກງານໂຄສະນາ, ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ເລິກເຊີ່ງກວ້າງຂວາງກວ່າເກົ່າ, ເອົາໃຈໃສ່ຍູ້ແຮງຂະບວນການແຂ່ງຂັນ 5 ເປັນເຈົ້າ ຍົກສູງພາລະບົດບາດ, ການເຄື່ອນໄຫວວຽກງານກຳມະບານ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນໄປເລື້ອຍໆ.
ໂອກາດນີ້ ສູນກາງສະຫະພັນກຳມະບານລາວ ໄດ້ມອບເງິນຊຸກຍູ້ການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານແຂວງ, ສະຫະພັນກຳມະບານບັນດາເມືອງ ລວມ 80 ລ້ານກີບ.