ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼວງພະບາງ ຈັດຍ່າງເພື່ອສຸຂະພາບສະເຫຼີມສະຫຼອງ 3 ວັນປະຫວັດສາດ

Mar 21, 2025

ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍ ການນໍາພັກ-ລັດ, ພະນັກງານຫຼັກແຫຼ່ງຂອງແຂວງ ແລະນັກຮຽນ-ນັກສຶກສາພາຍໃນແຂວງ ຮ່ວມກັນຍ່າງເພື່ອສຸຂະ ພາບ ໃນວັນທີ 21 ມີນາ 2025 ທີ່ໜ້າຫ້ອງວ່າການແຂວງ.
ການສ້າງຂະບວນການຍ່າງ ຄັ້ງນີ້ ໄດ້ເລີ່ມຈາກໜ້າຫ້ອງວ່າການແຂວງ ໄປຫາອານຸສາວະລີ ປະທານໄກສອນພົມວິຫານ ແລະລ້ຽວຊ້າຍໄປຕາມເທດສະບານແຂວງ ແລ້ວກັບຄືນມາຈຸດເລີ້ມຕົ້ນ, ຈຸດປະສົງເພື່ອເປັນການສະເຫຼີມສະຫຼອງວັນສຳຄັນ 3 ວັນປະຫວັດສາດຂອງຊາດລາວ ເປັນຕົ້ນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ່ 22 ມີນາ ຄົບຮອບ 70 ປີ, ວັນຊາດ ວັນທີ 2 ທັນວາ ຄົບຮອບ 50 ປີ; ວັນເກີດປະທານໄກສອນ ພົມວິຫານ ວັນທີ່ 13 ທັນວາ ຄົບຮອບ 105 ປີ ໃຫ້ເຫັນເປັນຂະບວນຟົດຟື້ນ.
ກິດຈະກໍາຍ່າງເພື່ອສຸຂະພາບຄັ້ງນີ້ ຍັງເປັນກິດຈະກຳກິລາໜຶ່ງ ທີ່ຕິດພັນກັບການຊຸກຍູ້, ສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງຫຼວງພະບາງ, ທັງເປັນການສ້າງສີສັນບັນຍາດກາດ ເພີ່ມມົນສະເໜ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມເມືອງມໍລະດົກໂລກ ຫຼວງພະບາງ ໃຫ້ນັບມື້ຫຼາຍຂື້ນ.