ວັນທີ 21 ມີນາ 2025 ຄະນະພັກອົງການປົກຄອງແລະສະພາປະຊາຊົນນະຄອນຫຼວງວຽງຈັນ(ນວ) ນໍາໂດຍ ສະຫາຍ ຊົງເລົາ ຢົງນູ ຮອງເລຂາຄະນະພັກ ນວ ໄດ້ນໍາເອົາກະຕ່າດອກໄມ້ໄປວາງຢູ່ຕໍ່ໜ້າຮູບຫຼ່ໍປະທານໄກສອນ ພົມວິຫານ ຢູ່ສຳນັກງານປົກຄອງ ນວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/ 2025) ເພື່ອສະແດງຄວາມເຄົາລົບຮັກກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງປະທານໄກ ສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນແລະເຄົາລົບຮັກຂອງພັກລັດ ແລະ ປວງຊົນລາວທັງຊາດ.
ຂ່າວ: ສົມສະຫວັນ






