ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳພັກ-ລັດ ແຂວງໄຊສົມບູນ ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.

Mar 21, 2025

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນຕອນເຊົ້າຂອງວັນທີ 21 ມີນາ 2025 ນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ຕະຫຼອດຮອດພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ແລະ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອຈາລຶກ ແລະ ສະແດງຄວາມຮູ້ບຸນຄູນ ເຖິງຄຸນງາມຄວາມດີ ທີ່ທ່ານ ໄດ້ສຸມທຸກສະຕິປັນຍາເຂົ້າໃນການນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກູ້ຊາດ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ໄດ້ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ເປັນຕົ້ນມາ.
ພ້ອມນີ້ ພວກລູກຫຼານປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືຄະນະບໍລິຫານງານພັກແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຂໍປະຕິຍານວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໄປໝູນໃຊ້ດ້ວຍຄວາມຈົງຮັກພັກດີ ຕໍ່ອຸດົມການ ແລະ ຈະພ້ອມກັນເພີ່ມພູນຄູນສ້າງໝາກຜົນ ຂອງການປະຕິວັດ ແລະ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ໄວ້ໃນອຸດົມການຂອງພັກ ຂອງພວກເຮົາໄປຊົ່ວກາລະນານ. ນອກນີ້ ກໍຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ເພີ່ມພູນຄູນສ້າງມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
May be an image of 2 people, temple and text