ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປ​ະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ ຫວັງ​ວ່າ ເຂດ​ເສດ​ຖະ​ກິດ​ພິ​ເສດ​ນິ​ຄົມ​ອຸ​ດ​ສາ​ຫະ​ກຳ​ບາ​ຕັງ​​ຈະກາຍ​ເປັນ “ນະ​ຄອນ​ເສິນ​ເຈິ້ນ​ຂອງ​ອິນ​ໂດ​ເນ​ເຊຍ”

Mar 21, 2025

ວັນ​ທີ 20 ມີ​ນາ​ນີ້, ທ່ານ​ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ບາ​ຕັງ ແລະ ກ່າວ​ວ່າ: ​ຕົນ​ເອງຫວັງ​ວ່າ ເຂດ​ເສດ​ຖະ​ກິດ​ພິ​ເສດ​ນິ​ຄົມ​ອຸ​ດ​ສາ​ຫະ​ກຳ​ບາ​ຕັງ​ຈະ​ກາຍ​ເປັນ “ນະ​ຄອນ​ເສິນ​ເຈິ້ນ​ຂອງ​ອິນ​ໂດ​ເນ​ເຊຍ” ໃນ​ອະ​ນາ​ຄົດ.
ເຂດ​ເສດ​ຖະ​ກິດ​ພິ​ເສດ​ດັ່ງ​ກ່າວ​ໄດ້​ຖືກ​ຍົກ​ລະ​ດັບ​ມາ​ຈາກ​​ເຂດນິ​ຄົມ​ອຸດ​ສາ​ຫະ​ກຳ​ບາ​ຕັງ, ​ມີ​ເນື້ອ​ທີ 4.300 ເຮັກ​ຕາ ແມ່ນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​​ຂອງ​ລັດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ ແລະ ແມ່ນ​ພາ​ກສ່ວນ​ສຳ​ຄັນ​​ຂອງການ​ຮ່ວມ​ມື “ສອງ​ປະ​ເທດ​ສອງ​ສວນ” ລະ​ຫວ່າງ​ ຈີນ-ອິນ​ໂດ​ເນ​ເຊຍ.
ທ່ານ​ປ​ຣາ​ໂບ​ໂວ ຊູ​ບຽນ​ໂຕ​ກ່າວ​ຕື່ມ​ວ່າ: ການ​ເປີດ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ບາ​ຕັງ​​ມີ​ຄວາມ​ໝາຍສຳ​ຄັນ​ເປັນ​ຂີດ​ໝາຍ​ໃນ​ຂະ​ບວນ​ການ​ຫັນ​ເປັນ​ແບບ​ອຸດ​ສາ​ຫະ​ກຳ​ຂອງ​ອິນ​ໂດ​ເນ​ເຊຍ. ການ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສ​ດ​ດັ່ງ​ກ່າວ​ຈະ​ສ້າງວຽກ​ເຮັດ​ງານ​ທຳຫຼາຍ​ໝື່ນ​ຕຳ​ແໜ່ງ ແລະ ຊຸກ​ຍູ້​ການ​ປຸງ​ແຕ່ງ​ຊັບ​ພະ​ຍາ​ກອນຢ່າງ​ລະ​ອຽດ​ຂອງ​ທ້ອງ​ຖິ່ນ ເຊິ່ງ​ຈະ​ເຮັດ​ໃຫ້​ຜົນ​ກຳ​ໄລ​ຈາກ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​​ສາ​ມາດສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ໄດ້​ຢ່າງກວ້າງ​ຂວາງກວ່າ​ເກົ່າ.
ທີ່ມາ: CMG