ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ໃຫ້ສະມາຊິກພັກ ແຂວງຄໍາມ່ວນ

Mar 21, 2025

ວັນທີ 21 ມີນາ 2025 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກແຂວງຄໍາມ່ວນ ຈໍານວນ 1,213 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ໃຫ້ກຽດປະດັບຫຼຽນໃນຄັ້ງນີ້ໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ ແລະ ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີບັນດາສະຫາຍສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 417/ຄລສພ, ລົງວັນທີ 14 ມີນາ 2025 ເຊິ່ງໄດ້ຕົກລົງ ປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກແຂວງຄໍາມ່ວນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີຈໍານວນທັງໝົດ 1,213 ສະຫາຍ, ໃນນີ້ ສະມາຊິກພັກບໍານານ 712 ສະຫາຍ, ຍິງ 115 ສະຫາຍ ແລະ ສະມາຊິກພັກປະຈໍາການ 501 ສະຫາຍ, ຍິງ 39 ສະຫາຍ ເຊິ່ງການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫຼຽນກາກຽດຕິຄຸນ ອັນສູງສົ່ງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ປະຈຳການ ແລະ ພະນັກງານບຳນານ ທີ່ມີຜົນງານອັນໃຫຍ່ຫຼວງ, ມີວິລະກຳອັນລໍ້າເລີດ, ເປັນແບບຢ່າງອັນປະເສີດ ໃຫ້ແກ່ຮຸ່ນສືບທອດ. ການຈັດ ຕັ້ງພິທິປະດັບຫຼຽນໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.