ໃນຕອນເຊົ້າວັນທີ 21 ມີນາ 2025 ນີ້, ແຂວງເຊກອງ ຈັດກິດຈະກໍາຍ່າງ ເພື່ອຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955-22 ມີນາ 2025 ) ນໍາພາຂະບວນໂດຍທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະນໍາແຂວງ, ບັນດາພະແນກການ, ເມືອງລະມາມ, ພະນັກງານ-ລັດຖະກອນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງຫລວງຫລາຍ.
ກ່ອນເລີ່ມຂະບວນຍ່າງ, ທ່ານ ເຫຼັກໄຫລ ສີວິໄລ ກ່າວເຖິງການຈັດກິດຈະກຳຄັ້ງນີ້ ແມ່ນເພື່ອຂຳນັບຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ໄດ້ໝູນວຽນມາຄົບຮອບ 70 ປີ ( 22 ມີນາ 1955-22 ມີນາ 2025 ) ແລະ ເປັນການສະເຫລີມສະຫລອງ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງໄດ້ອອກກຳລັງກາຍ ເພື່ອສຸຂະພາບທີ່ແຮງແຂງ ແລະ ທັງເປັນການປຸກລະດົມຄວາມສາມັກຄີ,ໂຄສະນາໃຫ້ທົ່ວສັງຄົມເຫັນໄດ້ຄວາມສຳຄັນ ແລະ ຍົກສູງບົດບາດການນໍາພາ ກໍຄືການເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ນໍາພາການປະຕິວັດ, ຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດໄດ້ຢ່າງສົມບູນ ແລະ ສືບຕໍ່ຈັດຕັ້ງນຳພາສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸງເຮືອງ ມາຮອດທຸກວັນນີ້.
ກິດຈະກຳການຍ່າງນີ້ ໄດ້ເລີ່ມຂະບວນແຕ່ສວນຫຼັກເມືອງ ຕາມເສັ້ນທາງສອງເລນ ໄປຫາສີ່ແຍກໂຮງຮຽນມັດທະຍົມສົມບູນແຂວງ ແລະ ສືບຕໍ່ໄປຮອດສວນ 25 ປີ ຂອງແຂວງ ລວມໄລຍະທາງປະມານ 3 ກິໂລແມັດ.
ຂ່າວ-ພາບ: ອັດສະວິນ






