ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງຍຸຕິທຳ ວາງກະຕ່າດອກໄມ້ລະນຶກ ວັນສ້າງຕັ້ງພັກ ຄົບ ຮອບ 70 ປີ.

Mar 21, 2025

ຕອນເຊົ້າຂອງວັນທີ 20 ມີນາ 2025 ນີ້, ຄະນະພັກ-ຄະນະນຳ ກະຊວງຍຸຕິທຳ, ນຳພາໂດຍ ສະຫາຍ ໄພວີ ສີບົວລິພາ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຂົ້າຂ່ຳນັບ ແລະ ວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ (ຫຼັກ 6) ນະຄອນຫລວງວຽງຈັນ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (1955-2025) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງ ປະທານ ໄກສອນ ພົມວິຫານ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວ, ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈ ຂອງທົ່ວປວງຊົນລາວທັງຊາດຕະຫຼອດ ໄປ.
ພາບ-ຂ່າວ: ໄໝສີສົດ ສິນພອນເພັດ