ພິທີປະດັບຫລຽນກາລະນຶກ 70 ພັກປະຊາຊົນປະຕິວັດລາວ ໃຫ້ການນໍາພັກ-ລັດ ທີ່ມີຜົນງານ, ຄຸນງາມຄວາມດີ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ເນື່ອງໃນໂອກາດວັນສ້າງຕັ້ງພັກ ວັນທີ 22 ມີນາ ຄົບຮອບ 70 ປີ ຈັດຂຶ້ນໃນວັນທີ 21 ມີນາ 2025 ທີ່ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ.
ໃນພິທີຄັ້ງນີ້, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງພາຍໃນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກກ່ຽວກັບປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຊື່ງປະກອບມີ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ 1955-22 ມີນາ 2025 ໃຫ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ, ສະຫາຍ ຈູມມະລີ ໄຊຍະສອນ ອະດີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທີ່ມີຜົນງານ, ຄຸນງາມຄວາມດີ, ໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ.
ນອກຈາກນີ້, ຍັງໄດ້ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ 1955-22 ມີນາ 2025 ໃຫ້ສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ອະດີດການນຳພັກ-ລັດ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈໍານວນທັງໝົດ 32 ສະຫາຍ, ຍິງ 4 ສະຫາຍ ປະກອບມີ:
I. ກໍາມະການກົມການເມືອງສູນກາງພັກ
+ ບໍານານ ຈໍານວນ 5 ສະຫາຍ ດັ່ງນີ້:
1) ສະຫາຍ ທອງສິງ ທໍາມະວົງ, ອະດີດກໍາມະການກົມການເມືອງສູນກາງພັກ;
2) ສະຫາຍ ພັນຄໍາ ວິພາວັນ, ອະດີດກຳມະການກົມການເມືອງສູນກາງພັກ;
3) ສະຫາຍ ອາຊາງ ລາວລີ, ອະດີດກໍາມະການກົມການເມືອງສູນກາງພັກ;
4) ສະຫາຍ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ;
5) ສະຫາຍ ຈັນສີ ໂພສີຄໍາ, ອະດີດກຳມະການກົມການເມືອງສູນກາງພັກ.
+ ປະຈໍາການ ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ ດັ່ງນີ້:
1) ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະ ທານປະເທດ;
2) ສະຫາຍ ປອ.ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ;
3) ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ;
4) ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ,ນາຍົກ
ລັດຖະມົນຕີ;
5) ສະຫາຍ ພົອ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ;
6) ສະຫາຍ ປອ. ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ;
7) ສະຫາຍ ປອ. ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ;
8) ສະຫາຍ ສຈ.ປອ. ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ;
9) ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ;
10) ສະຫາຍ ນາງ ສີໄສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ;
11) ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ,ຮອງນາຍົກລັດຖະມົນຕີ.
II. ຄະນະເລຂາທິການສູນກາງພັກ
+ບໍານານ ຈໍານວນ 3 ສະຫາຍ ດັ່ງນີ້:
1) ສະຫາຍ ພົທ ແສງນວນ ໄຊຍະລາດ, ອະດີດຄະນະເລຂາທິການສູນກາງພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ;
2) ສະຫາຍ ພົຕ ສົມແກ້ວ ສີລາວົງ, ອະດີດຄະນະເລຂາທິການສູນກາງພັກ;
3) ສະຫາຍ ສົມບັດ ເຢຍລີເຮີ, ອະດີດຄະນະເລຂາທິການສູນກາງພັກ;
+ ປະຈໍາການ ຈໍານວນ 5 ສະຫາຍ, ຍິງ 2 ສະຫາຍ ດັ່ງນີ້:
1) ສະຫາຍ ຄໍາພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະ
ໂຄສະນາຮົມສູນກາງພັກ;
2) ສະຫາຍ ປອ. ອານຸພາບ ຕຸນາລົມ, ຄະນະເລຂາທິການສູນກາງພັກ,ເລຂາຄະ ນະພັກນະຄອນຫຼວງວຽງຈັນ;
3) ສະຫາຍ ຮສ ປອ ທອງສະລິດ ມັງໜໍໍ່ເມກ, ຄະນະເລຂາທິການສູນກາງພັກ,ຫົວໜ້າຫ້ອງວ່າການສູນກາງພັກ;
4) ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ, ຄະນະເລຂາທິການສູນກາງພັກ,ຮອງປະທານສະພາແຫ່ງຊາດ;
5) ສະຫາຍ ປອ. ນາງ ວຽງທອງ ສີພັນດອນ, ຄະນະເລຂາທິການສູນກາງພັກ, ປະ ທານສານປະຊາຊົນສູງສຸດ;
III. ບັນດາສະຫາຍຮອງປະທານສະພາແຫ່ງຊາດ ແລະ ອະດີດການນຳພັກ-ລັດ ຈຳນວນ 8 ສະຫາຍ
+ ບຳນານ 4 ສະຫາຍ
1) ສະຫາຍ ບົວສອນ ບຸບຜາວັນ, ອະດີດການນຳພັກ-ລັດ;
2) ສະຫາຍ ສົມພັນ ແພງຄຳມີ, ອະດີດຮອງປະທານສະພາແຫ່ງຊາດ;
3) ສະຫາຍ ບຸນປອນ ບຸດຕະນະວົງ, ອະດີດກຳມະການກົມການເມືອງສູນກາງພັກ;
4) ສະຫາຍ ສົມດີ ດວງດີ, ອະດີດກຳມະການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ.
+ ປະຈຳການ 4ສະຫາຍ
1) ສະຫາຍ ຈະເລີນ ເຢຍປາວເຮີ, ກຳມະການສູນກາງພັກ, ຄະນະປະຈຳພັກສະພາ
ແຫ່ງຊາດ;
2) ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຄະນະປະຈຳພັກສະພາ
ແຫ່ງຊາດ;
3) ສະຫາຍ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຄະນະປະຈຳພັກ, ປະທານຄະນະກວດກາພັກ ສະພາແຫ່ງຊາດ;
4) ສະຫາຍ ພົທ ສຸວອນ ເລືອງບຸນມີ, ກຳມະການສູນກາງພັກ, ຄະນະປະຈຳພັກສະພາແຫ່ງຊາດ.
ຂ່າວ: ຈັນທະສອນ ສີຫານາດ







