ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ມັງກອນ 6 ໂຕ” ແຫ່ງເມືອງຫາງໂຈວ

Mar 21, 2025

ເມື່ອບໍ່ດົນມານີ້ “ມັງກອນ 6 ໂຕ” ແຫ່ງເມືອງຫາງໂຈວ ໄດ້ກາຍເປັນປະເດັນຮ້ອນໃນວົງການວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ ແລະ ລະດັບໂລກ. ມັງກອນທັງ 6 ໂຕ ໝາຍເຖິງບໍລິສັດເຕັກໂນໂລຊີລະດັບແຖວໜ້າ 6 ແຫ່ງ ທີ່ກໍ່ຕັ້ງຂຶ້ນໃນເມືອງຫາງໂຈວ, ແຂວງເຈີຈຽງຂອງຈີນ ທີ່ເນັ້ນໃສ່ການພັດທະນາຫຸ່ນຍົນ, ປັນຍາປະດິດ ຫຼື AI, ການສ້າງສັນເກມ ແລະ ສາຂາອື່ນໆ. 6 ມັງກອນດັ່ງກ່າວ ປະກອບມີ: Game Science, DeepSeek, Unitree, DEEP Robotics, BrainCo ແລະ MANYCORE ເຊິ່ຄາດວ່າທັງ 6 ມັງກອນຈະມີອິດທິພົນຕໍ່ການພັດທະນາອຸດສາຫະກໍາຂອງຈີນນັບມື້ຫຼາຍຂຶ້ນໃນອະນາຄົດ. “ມັງກອນ 6 ໂຕ” ແຫ່ງເມືອງຫາງໂຈວ ຕ່າງມີຈຸດແຂງຂອງຕົວເອງ ເຊັ່ນ: ບໍລິສັດ DeepSeek ເນັ້ນໃສ່ທາງດ້ານການວິໄຈ ແລະ ພັດທະນາແບບຢ່າງ ຫຼື ໂມເດວ ພາສາຂະໜາດໃຫຍ່ຂອງ AI ແບບເຈາະເລິກ ໂດຍໃຫ້ການປະຍຸກໃຊ້ AI ງ່າຍຂຶ້ນ ແລະ ກວ້າງຂວາງກວ່າເກົ່າແຕ່ມີລາຄາຖືກ ຈຶ່ງມີຄວາມສາມາດໃນການແຂ່ງຂັນດ້ານ AI ລະດັບໂລກທີ່ແຂງແຮງ. ສ່ວນບໍລິສັດ Unitree ເຊິ່ງເປັນຜູ້ນໍາໜ້າໃນດ້ານສ່ວນປະກອບຕົ້ນຕໍຂອງຫຸ່ນຍົນ, ການຄວບຄຸມການເຄື່ອນໄຫວຂອງຫຸ່ນຍົນ, ການຮັບຮູ້ຂອງຫຸ່ນຍົນ ແລະ ຫຸ່ນຍົນທີ່ບໍລິສັດ Unitree ພັດທະນາຂຶ້ນນັ້ນຖືກນໍາໃຊ້ຢ່າງກວ້າງຂວາງໃນການກວດສອບຄວາມປອດໄພ ແລະ ການກູ້ໄພ. ສໍາລັບຫຸ່ນຍົນທີ່ພັດທະນາໂດຍ ບໍລິສັດ DEEP Robotics ແມ່ນປະສົບຄວາມສໍາເລັດໃນການກວດສອບອຸບໂມງໄຟຟ້າຂອງສິງກະໂປ ເຊິ່ງເປັນຄັ້ງທໍາອິດທີ່ຫຸ່ນຍົນຈາກຈີນເຂົ້າສູ່ລະບົບໄຟຟ້າໃນຕ່າງປະເທດ. ສ່ວນ ບໍລິສັດ Game Science ໄດ້ພັດທະນາເກມ Triple-A ເກມທໍາອິດຂອງຈີນຊື່ວ່າ: Black Myth: Wukong ເຊິ່ງໄດ້ຫັນປ່ຽນປະຫວັດສາດວົງການເກມຂອງຈີນໃນລະດັບໂລກຢ່າງສິ້ນເຊີງ ແລະ ກຽມພ້ອມກ້າວສູ່ຍອດຂາຍອັນດັບ 1 ໃນຮູບແບບເກມທາງຄອມພີວເຕີ ເຊັ່ນ: Steam ທ່າມກາງສຽງຍ້ອງຍໍຊົມເຊີຍຂອງຜູ້ຕິດຕາມ ແລະ ນັກວິໄຈເກມ. ບໍລິສັດ BrainCo ເນັ້ນໃສ່ພັດທະນາເຕັກໂນໂລຊີສ່ວນຕໍ່ປະສານລະຫວ່າງສະໝອງ ແລະ ຄອມພີວເຕີ. ຊ໊ອຟແວ ທີ່ພັດທະນາໂດຍ BrainCo ຖືກນໍາໃຊ້ກັນຢ່າງຫລວງຫລາຍໃນດ້ານການສຶກສາ, ການຮັກສາພະຍາບານ, ຄວາມບັນເທີງ, ການບໍາລຸງຮັກສາສຸຂະພາບ ແລະ ສາຂາອື່ນໆ ໂດຍນໍາໃຊ້ປັນຍາປະດິດເປັນໂຕແກ້ໄຂສໍາຄັນໃນການຟື້ນຟູຄວາມພິການທາງຮ່າງກາຍ ແລະ ການຟື້ນຟູຄົນເຈັບທີ່ຜິດປົກກະຕິທາງສະໝອງ. BrainCo ເປັນບໍລິສັດທໍາອິດຂອງໂລກທີ່ຜະລິດຜະລິດຕະພັນຫຼາຍກວ່າ 100,000 ໜ່ວຍໃນດ້ານອິນເຕີເນັດເຊື່ອມຕໍ່ສະໝອງ ແລະ ຄອມພີວເຕີ.

ສ່ວນ ບໍລິສັດ MANYCORE ເປັນທຸລະກິດອັດສະລິຍະລັກສະນະພື້ນທີ່ (Spatial intelligent enterprise) ແລະ ຊ໊ອຟແວການອອກແບບພື້ນທີ່ຂອງບໍລິສັດດັ່ງກ່າວຖືກນໍາໃຊ້ໃນອຸດສາຫະກໍາສາຂາຕ່າງໆ ເຊັ່ນ: ການອອກແບບເຮືອນ, ສະຖາປັດຕະຍະກໍາ, ການຄ້າທາງອອນລາຍ, ການວາງສະແດງທາງວັດທະນະທໍາ, ການໂຄສະນາ ແລະ ການຕະຫຼາດ ແລະ ອື່ນໆ. ນອກຈາກນີ້ MANYCORE ສາມາດອອກແບບຮ້ານຄ້າແຫ່ງໜຶ່ງໄດ້ພາຍໃນເວລາ 3 ຊົ່ວໂມງ. ຜະລິດຕະພັນທີ່ມີຊື່ສຽງຂອງບໍລິສັດນີ້ ແມ່ນ COOHOM ເຊິ່ງໃຫ້ບໍລິການດ້ວຍ 14 ພາສາ, ໃນນັ້ນ ລວມມີ: ພາສາອັງກິດ, ພາສາເກົາຫຼີ, ຍີ່ປຸ່ນ, ແອັດສະປາຍ ແລະ ອື່ນໆ, ພ້ອມນີ້ ຍັງໃຫ້ບໍລິການຫຼາຍກວ່າ 200 ປະເທດ ແລະ ເຂດແຄວ້ນທົ່ວໂລກ.

“ມັງກອນ 6 ໂຕ” ແຫ່ງເມືອງຫາງໂຈວ ລ້ວນແຕ່ກໍາເນີດມາຈາກທຸລະກິດຂະໜາດນ້ອຍທີ່ກໍ່ຕັ້ງຂຶ້ນຢູ່ເມືອງຫາງໂຈວໃນໄລຍະບໍ່ຫຼາຍປີມານີ້ ເຊິ່ງທັງໝົດໄດ້ຮັບການພັດທະນາມາຢູ່ລະດັບແຖວໜ້າທາງດ້ານເຕັກໂນໂລຊີໃໝ່ ແລະ ປະສົບຜົນສໍາເລັດສູງໃນດ້ານການຄ້າ. ການເຕີບໃຫຍ່ຂອງ “ມັງກອນ 6 ໂຕ” ແຫ່ງເມືອງຫາງໂຈວ ໄດ້ບົ່ງບອກໃຫ້ຮູ້ວ່າ: ຜູ້ປະກອບການທີ່ເປັນຄົນຮຸ່ນໃໝ່ ແລະ ຜູ້ປະກອບການລະດັບພື້ນຖານຊາວຈີນທີ່ມີການສຶກສາກໍາລັງເລີ່ມກ້າວເຂົ້າສູ່ເວທີແຫ່ງການສ້າງປະຫວັດສາດ ແລະ ມີປະສິດທິ ພາບທີ່ໃຫຍ່ຫຼວງ. ໃນໄລຍະຜ່ານມາ, ເທດສະບານເມືອງຫາງໂຈວ ໄດ້ໃຫ້ການສະໜັບສະໜູນທຸກດ້ານຕໍ່ “ມັງກອນ 6 ໂຕ”. ເມືອງຫາງໂຈວມີຄວາມພະຍາຍາມສູງທີ່ຈະສ້າງສັນເມືອງໃຫ້ກາຍເປັນເມືອງນະວັດຕະກໍາທາງວິທະ ຍາສາດ ແລະ ເຕັກໂນໂລຊີທີ່ມີຮາກຖານດີສໍາລັບເສດຖະກິດດິຈິຕອນ. ເມື່ອເບິ່ງກັບຄືນໄປໃນປີ 2016, ເມືອງຫາງໂຈວໄດ້ກາຍເປັນໜຶ່ງໃນເມືອງ “ເສດຖະກິດ” ຊຸດທໍາອິດຂອງຈີນ. ໃນຊຸມປີມໍ່ໆ ມານີ້ ເມືອງຫາງໂຈວໄດ້ປັບປຸງການບໍລິການ ແລະ ການບໍລິຫານໃຫ້ດີຂຶ້ນກວ່າເກົ່າ ໂດຍການສົ່ງເສີມການກໍ່ສ້າງໂຄງລ່າງພື້ນຖານ, ສົ່ງເສີມການລົງທຶນ ແລະ ຊຸກຍູ້ສົ່ງເສີມໃຫ້ເກີດວັດທະນະທໍາແຫ່ງນະວັດຕະກໍາ ໂດຍໃຫ້ການສະໜັບສະໜູນທາງດ້ານການເງິນທີ່ຫຼາກຫຼາຍສໍາລັບບໍລິສັດວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງລວມເຖີງການຍົກເວັ້ນພາສີ, ການໃຫ້ເງິນອຸດໜູນສະເພາະສໍາລັບການວິໄຈ ແລະ ພັດທະນາເຕັກໂນໂລຊີ. ຄຽງຄູ່ກັນນີ້ເພື່ອຮັບມືກັບການແຂ່ຂັນລະດັບໂລກທີ່ນັບມື້ເພີ່ມຂຶ້ນໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຫາງໂຈວ ໄດ້ອອກນະໂຍບາຍເພື່ອດຶງດູດບຸກຄະລາກອນ ແລະ ໃຫ້ຜູ້ມີຄວາມສາມາດ ແລະ ມີຄຸນນະພາບສູງນິຍົມໄປດໍາລົງຊີວິດ ແລະ ທໍາມາຫາກິນຢູ່ເມືອງຫາງໂຈວ. ຈາກຄວາມພະຍາຍາມຢ່າງຫຼວງຫຼາຍຂອງເມືອງຫາງໂຈວ ໄດ້ຊ່ວຍເຮັດໃຫ້ບໍລິສັດຕ່າງໆ ປະສົບຜົນສໍາເລັດໃນການປະຍຸກໃຊ້ຜົນງານທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນການຜະລິດ, ລວມທັງໄດ້ສົ່ງເສີມຄວາມສາມາດໃນການແຂ່ງຂັນລະຫວ່າງປະເທດຂອງບໍລິສັດອີກດ້ວຍ. “ມັງກອນ 6 ໂຕ” ແຫ່ງເມືອງຫາງໂຈວ ເປັນຕົວແທນຂອງທຸລະກິດນະວັດຕະກໍາເອກະຊົນຮຸ່ນໃໝ່ທີ່ນໍາໂດຍໜຸ່ວສາວຈີນ ແລະ ກາຍເປັນຄວາມຫວັງຂອງຈີນວ່າ ເມືອງຫາງໂຈວ ຈະຊ່ວຍກໍ່ສ້າງ “ມັງກອນນະວັດຕະກໍາທາງວິທະຍາສາດ ແລະ ເຕັກໂນໂລຊີ” ນັບມື້ຫຼາຍຂຶ້ນກວ່າເກົ່າໃນອະນາຄົດ. ຂະນະດຽວກັນ ກໍຫວັງວ່າເມືອງອື່ນໆ ໃນປະເທດຈີນ ຈະສາມາດກໍ່ສ້າງ “ມັງກອນຂອງຕົນ” ໄດ້ເຊັ່ນດຽວກັບເມືອງຫາງໂຈວ ທີ່ມີ “ມັງກອນ 6 ໂຕ” ສໍາຄັນທີ່ເປັນຕົວແທນດ້ານວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝ ທີ່ທົ່ວໂລກເວົ້າເຖີງ ແລະ ຕິດຕາມຢ່າງໃກ້ສິດທີ່ສຸດ.

ທີ່ມາ: https://thai.cri.cn/2025/03/20/ARTI1742455154228199