ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ປະດັບຫຼຽນກາລະນຶກ 70 ປີ

Mar 21, 2025

ພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ( 22 ມີນາ 2025-22 ມີນາ 2025 ) ໄດ້ຈັດຂຶ້ນໃນວັນທີ 21 ມີນາ 2025 ຢູ່ສະໂມສອນ ແຂວງເຊກອງ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ເຫຼັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ການນຳເມືອງ, ຄະນະພັກ, ຄະນະບັນຊາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອະດີດພະນັກງານການນໍາຂອງແຂວງ, ເມືອງເຂົ້າຮ່ວມ.
ການປະດັບຫຼຽນກາລະນຶກ 70 ປີ ແມ່ນປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 418/ຄລສພ, ລົງວັນທີ 14 ມີນາ 2025, ວ່າດ້ວຍປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາພັດທະນາປະເທດຊາດຂອງແຂວງເຊກອງ ຕະຫຼອດໄລຍະຜ່ານມາ ຈຳນວນ 564 ສະຫາຍ, ໃນນີ້ ສະມາຊິກພັກ ທີ່ບຳນານ ຈຳນວນ 149 ສະຫາຍ,ຍິງ 16 ສະຫາຍ ແລະ ສະມາຊິກພັກ ທີ່ຍັງປະຈຳການ 415 ສະຫາຍ, ຍິງ 19 ສະຫາຍແລະ ປະຕິບັດຕາມຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ, ສະບັບເລກທີ 116/ຄຈສພ, ລົງວັນທີ 13 ມີນາ 2025, ວ່າດ້ວຍມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955–25 ມີນາ 2025) ໃຫ້ພະນັກງານລັດຖະກອນ ຄະນະຂະແໜງຈັດຕັ້ງແຂວງເຊກອງ ແລະ 4 ຕົວເມືອງ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຈໍານວນ 63 ສະຫາຍ, ຍິງ 23 ສະຫາຍ ໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆເຊກອງ ໃຫ້ກຽດຂຶ້ນປະດັບຫລຽນ.
ພາບ-ຂ່າວ: ອັດສະວິນ