ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການປະສົມປະສານຂອງຄວາມເກົ່າແກ່ລຽບງ່າຍກັບເອກະລັກແບບສະໄໝນິຍົມເຮັດໃຫ້ວັດທະນະທຳ ຊົນເຜົ່າເປັ່ງລັດສະໝີແຫ່ງຍຸກສະໄໝດ້ວຍການສືບທອດ ແລະ ການປະດິດສ້າງ

Mar 21, 2025

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນ​ທີ່​ພວມ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​​ແລະ ​ເຮັດ​ວຽກ​ຢູ່ແຂວງ​ກຸ້ຍ​ໂຈ່ວ​ ໄດ້​ເດີນ​ທາງ​ໄປ​ບ້ານ​ເຜົ່າ​ຕົ້ງ​ຈ້າວ​ຊິງ ​ກິ່ງ​ແຂວງ​ເຜົ່າ​ມົ້ງ​ເຜົ່າ​ຕົ້ງ​ສຽນ​ຕົ່ງ​ໜານ​ ເພື່ອ​ສຳ​ຫຼວດ​ຊອກ​ຮູ້​ຂໍ້​ມູນ​​ເປັນ​ການ​ສະ​ເພາະ​. ​ຢູ່​ໜ້າ​ປະ​ຕູໂຂງ​ບ້ານ​ເຜົ່າ​ຕົ້ງ, ຊາວ​ບ້ານ​ທັງ​ຫຼາຍ​ທີ່ໃສ່​ຊຸດ​ຊົນ​ເຜົ່າ​ສວຍ​ສົດ​ງົດ​ງາມ ໄດ້​ຮ້ອງ​ເພງ​ປະ​ສານ​ສຽງເຜົ່າ​ຕົ້ງ​ເຊິ່ງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​​ນາມ​ມະ​ທຳຂອງມວນ​ມະ​ນຸດ ​ທີ່​​ສືບ​ທອດ​ມາ​ຫຼາຍກວ່າ 2.500 ປີ​ເພື່ອ​ຕ້ອນ​ຮັບ​ທ່ານ​ ສີ​ຈິ້ນ​ຜິງ.
ວັນ​ທີ 3 ກຸມ​ພາ 2021, ເມື່ອຕອນເຄື່ອນ​ໄຫວ​ຢ້ຽມ​ຢາມ​ບ້ານ​ຮ​ວ້າ​ອູ່ ​ທີ່​ມີ​ຊາວ​ເຜົ່າ​ມົ້ງ​ເປັນ​ຕົ້​ນ​ຕໍຢູ່​​ນະ​ຄອນ​ປີ້​ເຈ ແຂວງ​ກຸ້ຍ​ໂຈ່ວ, ທ່ານ ​ສີ​ຈິ້ນ​ຜິງ ເຄີຍ​ຍ້ອງ​ຍໍ​ວ່າ: “​ເຄື່ອງ​​ປັກແສ່ວ​ເຜົ່າ​ມົ້ງມີຄວາມດັ້ງເດີມ ພ້ອມທັງມີເອກະລັກຕາມສະໄໝນິຍົມ”.
ວັນ​ທີ 17 ມີ​ນາ​ນີ້, ໃນການຢ້ຽມຢາມບ້ານເຜົ່າຕົ້ງຈ້າວຊິງ​ແຂວງ​ກຸ້ຍ​ໂຈ່ວ, ທ່ານ ສີຈິ້ນຜິງ ໄດ້​ຍົກ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ: ເຮືອນຮ້ານ, ບ້ານບູຮານ, ເຄື່ອງດົນຕີມໍລະດົກນາມມະທຳ, ການຮ້ອງເພງປະສານສຽງເຜົ່າຕົ້ງ, ເອກະລັກພິເສດຂອງຊົນເຜົ່າເຫຼົ່ານີ້ ແມ່ນເກົ່າແກ່ລຽບງ່າຍທັງມີເອກະລັກຕາມສະໄໝນິຍົມຫຼາຍ.
ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ແຂວງ​ກຸ້ຍ​ໂຈ່ວ​ສອງ​ເທື່ອ ໃນ​ຮອບ 4 ປີຜ່ານ​ມາ ໄດ້​ສ່ອງແສງ​ໃຫ້​ເຫັນ​ເຖິງ​​ການ​ຄົ້ນ​ຄິດ​ຢ່າງ​ເລິກ​ເຊິ່ງ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບການ​ຫັນ​ປ່ຽນ​ ແລະ ​ການ​ພັດ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ປະ​ດິດ​ສ້າງ​ຂອງວັດ​ທະ​ນະ​ທຳ​ຊົນ​ເຜົ່າ.
ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ເປັນ​ສ່ວນ​ປະ​ກອບ​ທີ່​ຂາດ​ບໍ່​ໄດ້​ຂອງວັດ​ທະ​ນະ​ທຳ​ຈີນ, ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ບັນ​ຈຸ​ຄວາມ​ຊົງ​ຈຳ​ທາງ​ປະ​ຫວັດ​ສາດ​ອັນ​ເກົ່າ​ແກ່​ລຽບ​ງ່າຍ​ເທົ່າ​ນັ້ນ, ​ຍັງ​ມີຄຸນ​ຄ່າ​ໃນ​ຍຸກ​ປັດ​ຈຸ​ບັນ​ທີ່​ມີ​ເອ​ກະ​ລັກ​ແບບ​ສະ​ໄໝ​ນິ​ຍົມ. ການ​ທີ່​ຊຸກ​ຍູ້​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ໃຫ້​ມີ​ກາ​ນ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ ຈະ​ເຮັດ​ໃຫ້​ເອ​ກະ​ລັກ​ພິ​ເສດ​ຂອງ​ຊົນ​ເຜົ່າ​ພົ້ນ​ເດັ່ນ​ຂຶ້ນ​ໃນການ​ນຳ​ໃຊ້ ແລະ ເປັ່ງ​ລັດ​ສະ​ໝີໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.