ພິທີປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ໃຫ້ບັນດາສະຫາຍ ສະມາຊິກພັກ ປະຈຳການ ແລະ ບຳນານຂອງຫ້ອງວ່າການສູນກາງພັກ (ຫສພ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຈັດຂຶ້ນໃນຕອນແລງທີ 21 ມີນາ 2025 ນີ້ທີ່ (ຫສພ) ໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນ ກາງພັກ,ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສູນກາງພັກ.
ບັນດາສະຫາຍສະມາຊິກພັກ ທີ່ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີທົ່ວຫ້ອງວ່າການສູນກາງພັກໃນຄັ້ງນີ້ປະກອບມີ: ສະມາຊິກພັກບຳນານຈຳນວນ 22 ສະຫາຍ ແລະພະນັກງານສະມາຊິກພັກປະຈຳການ ຈຳນວນ 2 ສະຫາຍ ການປະດັບຫຼຽນກາລະນຶກໃນຄັ້ງນີ້, ເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ ຫຼວງຂອງບັນດາສະມາຊິກພັກບຳນານ ແລະສະມາຊິກພັກປະຈຳການ, ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາໃຫ້ແກ່ພັກ-ລັດ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ຕະຫຼອດໄລຍະຜ່ານມາຈົນຮອດປັດຈຸບັນ.
ຂ່າວ-ພາບ: ພູວຽງຄຳ




