ໃນວັນທີ 21 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປະດັບຫຼຽນກາລະນຶກວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (ຄຈສພ) ໃຫ້ພະນັກງານ-ລັດຖະກອນທີ່ປະຈຳການ ແລະ ອາວຸໂສບຳນານ ຊຶ່ງເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ພິທີດັ່ງກ່າວ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການປະດັບຫຼຽນກາລະນຶກສະບັບເລກທີ 449/ຄຈສພ, ລົງວັນທີ14/3/2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປປ ລາວ ໃຫ້ສະມາຊິກພັກຄະນະພົວພັນຕ່າງປະເທດສູນກາງພັກທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາຈຳນວນ 14 ສະຫາຍ ຍິງ 3 ສະຫາຍ; ຜ່ານຂໍ້ຕົກລົງສະບັບເລກທີ 95/ຄຈສພ, ລົງວັນທີ 13 ມີນາ 2025 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກໃຫ້ພະນັກງານ-ລັດຖະກອນຂະແໜງຈັດຕັ້ງຂອງຄະນະພົວພັນຕ່າງປະເທດສູນກາງພັກຈຳນວນ 29 ສະຫາຍ ຍິງ 10 ສະຫາຍ. ໃນພິທີໄດ້ເຕັມໄປດ້ວຍບັນຍາກາດທີ່ເຂັ່ງຂຶມ ແລະ ມີຄວາມໝາຍສຳຄັນຕໍ່ສະມາຊິກພັກ-ພະນັກງານທີ່ໄດ້ປະກອບສ່ວນຕໍ່ພັກຕະຫຼອດໄລຍະ 70ປີ ຜ່ານມາ.
ໃນວາລະທຳອິດ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປປ ລາວ ໃຫ້ ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການເລຂາຄະນະພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ວາລະຕໍ່ມາ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກ ປປ ລາວ ໃຫ້ແກ່ພະນັກງານນຳພາຄຸ້ມຄອງ ແລະ ພະນັກງານອາສຸໂສບຳນານ ແລະ ປະດັບຫຼຽນລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກໃຫ້ພະນັກງານທີ່ເຮັດວຽກງານຈັດຕັ້ງຂອງຄະນະພົວພັນຕ່າງປະເທດຕາມລຳດັບ.
ຂ່າວ: ຄຕພ; ພາບ: ແສງຈັນ





