ເນື່ອງໃນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໃນວັນທີ 21 ມີນາ 2025 ຢູ່ທີ່ສະໂມສອນເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຈັດພີທີປະດັບຫຼຽນກາລະນຶກ 70 ປີ ໃຫ້ພະນັກງານສະມາຊິກພັກ ແຂວງໄຊສົມບູນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ໂດຍການເຂົ້າຮ່ວມ ແລະ ປະດັບຫຼຽນກາລະນຶກ ໂດຍສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ.
ເນື່ອງໃນໂອກາດ ກ່າວສັນລະເສີນໃນພິທີປະດັບຫຼຽນກາລະນຶກ 70 ປີ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໃຫ້ຮູ່ວ່າ: ການປະດັບຫຼຽນໃນຄັ້ງນີ້ ຖືເປັນການຈົດຈຳຜົນງານຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ພິທີຄັ່ງນີ້ເປັນການຍ້ອງຍໍສັນລະເສີນ, ເປັນການສະແດງເຖິງຄວາມກະຕັນຍູ, ກິນໝາກບໍ່ລືມຜູ້ປູກຜົນ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍ, ຜົນງານຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ສ້າງໄວ້ຍັງຫອມຫວນ ແລະ ໄສແຈ້ງເປັ່ງປະກາຍຢູ່ໃນດວງໃຈ ຂອງພະນັກງານສະ ມາຊິກພັກທົ່ວແຂວງໄຊສົມບູນ ແຕ່ລະສະຫາຍ ຈະຖືກຈາລຶກໄວ້ໃນປະຫວັດຂອງອົງ ຄະນະພັກແຂວງໄຊສົມບູນ ກໍ່ຄືໃນໜ້າປະຫວັດສາດຂອງຊາດລາວເຮົາຕະຫຼອດໄປ ພວກເຮົາ ຜູ້ທີ່ເປັນຮຸ່ນສືບທອດຈະຮ່ຳຮຽນ ແລະ ຈົດຈໍາເອົາແບບຢ່າງຄຸນສົມບັດສິນທຳປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະຫຼະການທຸ່ມເທເຫື່ອແຮງ, ສະຕິປັນຍາຂອງພວກສະຫາຍ, ຄວາມຊື່ສັດບໍລິສຸດຈົ່ງຮັກພັກດີ ອັນບໍ່ມີຂອບເຂດ ແລະ ສະເໝີຕົ້ນສະເໝີປາຍ ຂອງບັນດາສະຫາຍ ໄວ້ຕະຫຼອດການ.
ການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955- 22ມີນາ 2025) ໃຫ້ສະມາຊິກພັກ ແຂວງໄຊສົມບູນ ໃນຄັ້ງນີ້ ມີຈຳ ນວນທັງໝົດ 192 ສະຫາຍ ໃນນັ້ນ ສະມາຊິກພັກ ບຳນານ ຈຳນວນ 158 ສະຫາຍ, ຍິງ 7 ສະຫາຍ ແລະ ສະມາຊິກພັກ ປະຈໍາການ ຈໍານວນ 34 ສະຫາຍ, ຍິງ 1 ສະຫາຍ.
ບກ: ທ່ານ ຈິນລະວອນ ວໍລະສົມບູນ
ຂ່າວ: ແກ່ນຈັນ ທຳມະນີ






