ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແນະນຳປຶ້ມ “ເອົາລຸງເປັນແບບຢ່າງ”

Mar 22, 2025

ແນະນຳປຶ້ມ “ເອົາລຸງເປັນແບບຢ່າງ”
ໃນວັນທີ 20 ມີນາ 2025 ນີ້, ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຈັດພິທີແນະນຳປຶ້ມ “ເອົາລຸງເປັນແບບຢ່າງ” ແລະ ມອບປຶ້ມ “ການແກ້ໄຂວິທີການເຮັດວຽກ” ເນື່ອງໃນໂອກາດ 3 ວັນປະຫວັດສາດ ໂດຍສະເພາະວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໂດຍການເປັນປະທານຂອງ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ.
ເນື້ອໃນຕົ້ນຕໍ ຂອງປຶ້ມ “ເອົາລຸງເປັນເເບບຢ່າງ” ວ່າ: ແມ່ນວັນນະກຳ ເລົ່າເລື່ອງສັນລະເສີນເເບບຢ່າງອັນດີງາມຂອງ ລຸງໄກສອນ ພົມວິຫານ ເເລະ ລຸງໜູຮັກ ພູມສະຫວັນ ໂດຍຜ່ານບຸກຄະລິກລັກສະນະສ່ວນຕົວ ກໍຄືເເບບເເຜນດໍາລົງຊີວິດ ເເລະ ການເຮັດວຽກປະຈຳວັນຂອງເພິ່ນ. ບັນດາຜູ້ເລົ່າເລື່ອງລ້ວນແຕ່ເປັນຜູ້ໄດ້ຮູ້ ໄດ້ເຫັນ ເເລະ ສຳຜັດ ກັບລຸງທັງສອງ ດ້ວຍຕົນເອງ, ໄດ້ຈົດຈໍາເຫດການອັນປະທັບໃຈດັ່ງກ່າວ ຖ່າຍທອດໃຫ້ຄະນະຂຽນ, ຫຼາຍບົດກໍເເມ່ນ ຜູ້ທີ່ຢູ່ໃນເຫດການເປັນຜູ້ຂຽນເອງ. ໃນເບື້ອງຕົ້ນບັນດາບົດເລື່ອງ ໄດ້ໂພສອອກຜ່ານສື່ອອນລາຍ ແລະ ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ ຈຶ່ງໄດ້ມີການເກັບກຳຂໍ້ມູນເພີ່ມເຕີມຢ່າງເປັນລະບົບ ແລະ ເຮັດເປັນໝູ່ຄະນະ ໃນນັ້ນ, ມີການພິສູດເຫດການ ປະຫວັດສາດຢ່າງຄັກເເນ່. ພ້ອມດຽວກັນນັ້ນ, ສັງຄົມກໍສົ່ງບົດ ຫຼື ເລົ່າເລື່ອງຂອງຕົນ ເຂົ້າມາຮ່ວມນັບມື້ນັບຫຼາຍຂຶ້ນ ຈົນສາມາດຮິບໂຮມເປັນປຶ້ມໄດ້. ປຶ້ມມີ 191 ໜ້າ, ມີ 29 ບົດເລື່ອງ ໃນນັ້ນ, 21 ບົດ ກ່ຽວກັບລຸງໄກສອນ ພົມວິຫານ ແລະ 8 ບົດກ່ຽວກັບລຸງໜູຮັກ ພູມສະຫວັນ, ຈັດ ພິມ 1.000 ຫົວ ມອບເເດ່ 3 ວັນປະຫວັດສາດ ປີ 2025 ໂດຍສະເພາະເເມ່ນ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ.
ບົດເລື່ອງຕ່າງໆ ນອກຈາກໃຫ້ຄະຕິ, ມີສາລະ ເເລະ ໃຫ້ຄວາມເພີດເພີນແລ້ວ ຍັງສາມາດເອົາໄປ ປາຖະກະຖາເຜີຍເເຜ່ໃນໂອກາດຕ່າງໆ ເເນໃສ່ເພື່ອປຸກລະດົມຈິດໃຈຮັກຊາດ ຮັກລະບອບໃໝ່ ນໍ້າໃຈເສຍສະຫຼະ ຂອງ ຜູ້ນໍາຮຸ່ນກ່ອນ ເວົ້າລວມ, ເວົ້າສະເພາະເເມ່ນສອງລຸງເພື່ອປູພື້ນຖານຄວາມເປັນເອກະລາດ ເປັນເຈົ້າຕົນເອງ ໃຫ້ຄົນຮຸ່ນຫຼັງ.
ຂ່າວ: ສຸກສົງການ ຫຼ້າບຸນມີ