ພົບປະແລກປ່ຽນມິດຕະພາບນາຍທະຫານຊາຍແດນໜຸ່ມ ລາວ-ຫວຽດນາມ ຄັ້ງທີ 4

ພິທີພົບປະແລກປ່ຽນມິດຕະພາບນາຍທະຫານຊາຍແດນໜຸ່ມ ລາວ-ຫວຽດນາມ ຄັ້ງທີ 4 ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື ໃນການສ້າງຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ການຮ່ວມມື ແລະ ພັດທະນາຮອບດ້ານ” ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 21 ມີນາ 2025 ນີ້. ທີ່ກອງບັນຊາການທະ ຫານຊາຍແດນ ແຂວງ ກວ໋າງບິ່ງ ສສ ຫວຽດນາມ.
ຝ່າຍລາວນໍາໂດຍ ສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມ ແລະ ຝ່າຍຫວຽດນາມນໍາໂດຍ ສະຫາຍ ຫງວຽນ ແທັງ ຮ່າຍ ຮອງຫົວໜ້າກົມການເມືອງ ກອງບັນຊາການທະຫານຊາຍແດນ.
ໃນພິທີຄະນະນາຍທະຫານຊາຍແດນໜຸ່ມຝ່າຍ ລາວ ແລະ ຫວຽດນາມ ໄດ້ພ້ອມ ກັນທົບທວນຄືນການປະຕິບັດໜ້າທີ່ຂອງນາຍທະຫານຊາຍແດນໜຸ່ມ ຂອງສອງປະ ເທດໃນ 1 ປີຜ່ານມາ ແລະ ໄດ້ພັດປ່ຽນກັນຂຶ້ນມີຄໍາເຫັນແລກປ່ຽນບົດຮຽນໃນ 6 ຫົວຂໍ້ ຄື: ຄວາມຮັບຮູ້ ກ່ຽວກັບສາຍພົວພັນມິດຕະພາບ ຫວຽດນາມ-ລາວ ໃນການປະຕິບັດໜ້າທີ່ຂອງນາຍທະຫານຊາຍແດນ ສອງຝ່າຍ. ວຽກງານປະສານສົມທົບຂອງນາຍທະຫານຊາຍແດນ ກອງບັນຊາການທະຫານແຂວງຄໍາມ່ວນ ໃນການປະຕິ ບັດໜ້າທີ່ ຄຸ້ມຄອງ, ປ້ອງກັນຊາຍແດນ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ສ້າງຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ວຽກງານຈັດຕັ້ງແຮກສ່ຽວບັນດາບ້ານ, ກຸ່ມບ້ານຊາຍແດນ ປະກອບສ່ວນສ້າງສາຍພົພວພັນມິດຕະພາບ. ວຽກງານປະສານສົມທົບຂອງນາຍທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໃນການປະຕິບັດໜ້າທີ່ ໂຄສະນາ, ປຸກລະ ດົມປະຊາຊົນເຂົ້າຮ່ວມການຕ້ານ, ສະກັດກັ້ນອາຊະຍາກໍາຢາເສບຕິດ. ວຽກງານປະ ສານສົມທົບຂອງນາຍທະຫານຊາຍແດນ ສອງຝ່າຍ ໃນການ ໂຄສະນາ, ປຸກລະດົມປະຊາຊົນເຂົ້າຮ່ວມການຕ້ານ, ສະກັດກັ້ນອາຊະຍາກໍາການຄ້າມະນຸດ ແລະ ວຽກງານປະສານສົມທົບຂອງນາຍທະຫານຊາຍແດນ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໃນການແລກປ່ຽນຂໍ້ມູນຂ່າວສານ, ສະພາບການຕ່າງໆ ປະກອບສ່ວນສ້າງຊາຍແດນໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ທັງນີ້ກໍເພື່ອເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ອໍານາດອະທິປະໄຕ, ຄວາມສະຫງົບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ແລະ ທັງເປັນການເພີ່ມພູນຄຸນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີຄວາມໝັ້ນຄົງທະນົງແກ່ນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນວັນດຽວກັນນັ້ນ, ຄະນະຜູ້ແທນນາຍທະຫານຊາຍແດນນຸ່ມ ລາວ-ຫວຽດນາມ ໄດ້ພ້ອມກັນຈັດກິດຈະກໍາ ປູກຕົ້ນໄມ້ມິດຕະພາບ ຢູ່ທີ່ ກອງພັນເຄື່ອນທີ່ໄວ ກອງບັນ ຊາການທະຫານຊາຍແດນແຂວງ ກວ໋າງບິ່ງ, ແລກປ່ຽນສິລະປະ-ວັນນະຄະດີເຊິ່ງກັນ ແລະ ກັນຕື່ມອີກ. ພ້ອມດຽວກັນນັ້ນ, ໃນວັນທີ 22-23 ມີນາ 2025. ຝ່າຍຫວຽດ ນາມ ຍັງໄດ້ສຶບຕໍ່ສ້າງເງື່ອນໄຂໃຫ້ຄະນະນາຍທະຫານຊາຍແດນໜຸ່ມຝ່າຍລາວ ເດີນ ທາງໄປທັດສະນະທ່ຽວຊົມຊົມ ອານຸສອນສະຖານ ປະທານ ວໍ້ ຫງຽວນ ຢາບ, ທ່ຽວຊົມຕະຫຼາດ ດົ່ງເຮີ່ຍ, ປ່າສະຫງວນແຫ່ງຊາດ ຟອງຢາ-ແກ໋ບາງ ແລະ ສະຖານທີ່ທ່ອງ ທ່ຽວ ດົ່ງທຽນເດືອງ ຂອງແຂວງ ກວ໋າງບິ່ງອີກດ້ວຍ.
ທີ່ມາ: ໜັງສືພິມກອງທັບ






