ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025 ແຂວງຢຸນນານ ຈະດຳເນີນການຮ່ວມມື 29 ໂຄງການ

Mar 22, 2025

ເປີດງານ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025 ແຂວງຢຸນນານ ຈະດຳເນີນການຮ່ວມມື 29 ໂຄງການ
ວັນທີ 21 ມີນານີ້, ພິທີເປີດງານ “ສັບປະດາແມ່ນ້ຳລ້ານຊ້າງ -ແມ່ນ້ຳຂອງ” ປີ 2025 ແຂວງຢຸນນານໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ, ແຂວງຢຸນນານຈີນ. ປີນີ້, ແຂວງຢຸນນານ ຈະສືບຕໍ່ຈັດຕັ້ງປະ ຕິບັດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 29 ໂຄງການ ໃນ 4 ຂົງເຂດໃຫຍ່ ຄື: ການແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານເສດຖະກິດການຄ້າເຕັກໂນໂລຊີ, ຄວາມປອດໄພຂ້າມຊາຍ ແດນ ແລະ ການເຊື່ອມຕໍ່ດ້ານນະໂຍບາຍ.
ໃນງານແລກປ່ຽນຄວາມເຫັນທີ່ມີຫົວຂໍ້ “ຮ່ວມກັນສົນທະນາກ່ຽວກັບມິດຕະພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງພິທີເປີດງານ, ມີຊາວໜຸ່ມ 4 ຄົນທີ່ມາຈາກລາວ,​ຈີນ, ຫວຽດນາມ ແລະມຽນມາ ໄດ້ແບ່ງປັນເລື່ອງລາວລະຫວ່າງຕົນກັບແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງໃຫ້ຄົນທັງຫຼາຍຟັງ.
ທີ່ມາ: CMG