ປື້ມທີ່ຊ່ວຍປ່ຽນຊີວິດ ແລະ ສ້າງຄວາມຝັນໃຫ້ເປັນຈິງ

ວັນທີ 21 ມີນາ 2025, ທີ່ໂຮງແຮມສຸພັດຕາ ນະຄອນຫລວງວຽງຈັນ, ມີພິທີເປີດໂຕປື້ມໃໝ່ທີ່ມີຊື່ວ່າ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ຫຼື “ Follow Your Dream ” ທີ່ຂຽນໂດຍ ທ່ານ ຫັດສະຫວັນ ແຮມະນີ ( ຄູເຊັ່ງ ) ຜູ້ອຳນວຍການບໍລິສັດ ກຸ່ມການສຶກສາ ລາວສ້າງຝັນ ຈຳກັດ. ໂດຍ ທ່ານ ສາດສະດາຈານ ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຜູ້ທີ່ສົນໃຈໃນການພັດທະນາຊີວິດ, ນັກຂຽນ, ນັກເວົ້າ, ເຈົ້າຂອງທຸລະກິດ, ຄອບຄົວຂອງຄູເຊັ່ງ, ແລະ ສື່ມວນຊົນເຂົ້າຮ່ວມ.
ປື້ມ “ ຢ່າໃຫ້ໃຜມາຢຽບຝັນຂອງເຮົາ ” ແມ່ນປື້ມທີ່ຖືກຂຽນຂຶ້ນເພື່ອຊ່ວຍປ່ຽນແປງຊີວິດຂອງຜູ້ອ່ານ ໂດຍຜ່ານການສ້າງຄວາມຝັນ ແລະ ການປະຕິບັດຕົວຈິງ. ປື້ມເຫຼັ້ມນີ້ໄດ້ໃຊ້ເວລາໃນການຂຽນທັງໝົດ 3 ປີ (2022-2025) ແລະ ປະກອບມີ 5 ຫົວຂໍ້ຫຼັກທີ່ສຳຄັນດັ່ງນີ້:
1. Dream Big ຝັນໃຫຍ່
2. ACT Small ເຮັດສິ່ງນ້ອຍໆ
3. Move Right ເຄື່ອນໄຫວຢ່າງຖືກຕ້ອງ
4. Go Fast ໄປໃຫ້ໄວ
5. Enjoy Slow ໃຊ້ຊີວິດປະຈຸບັນຢ່າງມີຄວາມສຸກ
ທ່ານ ຫັດສະຫວັນ ແຮມະນີ ໄດ້ກ່າວເປັນຄະຕິເຕື່ອນໃຈວ່າ: “ ຄົນເຮົາມີ 2 ເກີດຄື: 1). ເກີດມາຈາກທ້ອງແມ່ ແລະ ສ່ວນເກີດທີ່ 2). ແມ່ນເຮົາເກີດຂຶ້ນມາເພື່ອຈະເຮັດຫຍັງ ? ເກີດມາເພື່ອຈະເປັນຫຍັງ ແລະ ຢາກຈະສ້າງຫຍັງທີ່ມີຄຸນຄ່າໃຫ້ກັບສັງຄົມ. ປື້ມເຫຼັ້ມນີ້ຈຶ່ງມີເປົ້າໝາຍທີ່ຈະຊ່ວຍປ່ຽນແປງຊີວິດ ແລະ ສ້າງຄວາມຝັນໃຫ້ເປັນຈິງ.
ນອກຈາກນີ້, ທ່ານຍັງໄດ້ແບ່ງປັນປະສົບການທີ່ລົງມືປະຕິບັດມາເປັນເວລາ 46 ປີ ໃນການບໍລິຫານ, ການສ້າງຄວາມຝັນ, ແລະ ການດຳເນີນຊີວິດຢ່າງມີຄວາມສຸກ ແລະ ໃນອະນາຄົດທ່ານອາດຈະຂຽນປື້ມກ່ຽວກັບການບໍລິຫານຄວາມສຳເລັດ ແລະ ຫຼັກການການບໍລິຫານອີກດ້ວຍ.
ສຳລັບຜູ້ທີ່ສົນໃຈຊື້ປື້ມ “ ຢ່າໃຫ້ໃຜມາຢຽບຝັນຂອງເຮົາ ” ສາມາດຊື້ໄດ້ທີ່ຮ້ານຂາຍປື້ມດີບຸກ ( D BOOK ) ຫຼື ຕິດຕໍ່ຜ່ານເພສໂຮງຮຽນ Laosangfanh Business Academy ປື້ມເຫຼັ້ມນີ້ຈະຊ່ວຍໃຫ້ທ່ານສາມາດປ່ຽນຊີວິດ ແລະ ສ້າງຄວາມຝັນໃຫ້ເປັນຈິງໄດ້ຢ່າງມີປະສິດທິຜົນ.





