ແຂວງວຽງຈັນ ຈັດໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ມອບຫຼຽນກາລະນຶກ 70 ປີ

ພິທີໂຮມຊຸມໄດ້ຈັດຂຶ້ນໃນວັນທີ 22 ມີນາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍມີສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການນຳອາວຸໂສບຳນານ, ພະນັກງານ, ທະຫານ-ຕຳຫຼວດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ໃນພິທີດັ່ງກ່າວ ຜູ້ເຂົ້າຮ່ວມ ໄດ້ຮັບຊົມແລະຮັບຟັງການສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ແຫ່ງ ພັກປະຊາຊົນປະຕິວັດລາວ ຜ່ານທາງອອນລາຍ ກ່ຽວກັບມູນເຊຶ້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ, ເຊິ່ງສະຫາຍໃຫ້ຮູ້ວ່າ: ພັກປະຊາຊົນປະຕິວັດລາວ ໄດ້ຮັບການ ຂຶ້ນວັນທີ 22 ມີນາ 1955 ມາຮອດປະຈຸບັນກໍ່ຄົບຮອບ 70 ປີພໍດີ. ພັກປະຊາຊົນປະຕິວັດລາວ ກຳເນີດມາຈາກ ພັກກອມມູນິດອິນດູຈີນ, ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ການປະຕິວັດ ຂອງປະເທດເຮົາກໍໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ.
ໃນວັນທີ 6-7 ກັນຍາ 1934 ກອງປະຊຸມໃຫຍ່ ພັກກອມມູນິດອີນດູຈີນ ໄດ້ໄຂຂຶ້ນຢູ່ດອນຊິງຊູ້ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ເລ່ແມັງຈິງ. ກອງປະຊຸມໃຫຍ່ ໄດ້ຕົກລົງສ້າງຕັ້ງຄະນະບໍລິຫານງານພັກກອມມູນິດອິນດູຈີນ ປະຈຳພັກແຄວ້ນລາວ ຊຸດທຳອິດ ໃສ່ຊື່ວ່າ: “ຄະນະພັກແຄວ້ນລາວ” ຂຶ້ນ ເພື່ອນຳພາ-ຊີ້ນຳການປະຕິວັດໃນລາວ. ພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນ ກໍຄື ຄະນະພັກແຄວ້ນລາວ ໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ຖືຊາວໄຮ່ນາ ເປັນກຳລັງພື້ນຖານ ຂອງການປະຕິວັດ ເຮັດໃຫ້ຂະບວນການຕໍ່ສູ້ລະເບີດຂຶ້ນແຕ່ຕ່ຳຫາສູງໃນທົ່ວປະເທດ ດ້ວຍຫຼາຍຮູບຫຼາຍສີ ເປັນສາເຫດພາໃຫ້ມີການຢຶດອຳນາດ 23 ສິງຫາ 1945, ປະກາດເອກະລາດ ວັນທີ 12 ຕຸລາ 1945, ສ້າງຕັ້ງກອງທັບປະຊາຊົນລາວ ໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫລະຂຶ້ນ ໃນວັນທີ 13 ສິງຫາ 1950 ຊຶ່ງໄດ້ກາຍເປັນຄັນທຸງເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການປະຕິວັດ ໄດ້ຢ່າງກວ້າງຂວາງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໂອກາດນີ້ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ກ່າວວ່າ: ສໍາລັບແຂວງວຽງຈັນ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ໃນວັນທີ 13 ສິງຫາ ປີ 1981 ແຂວງວຽງຈັນ ໄດ້ແຍກອອກຈາກນະຄອນຫຼວງວຽງຈັນ ແລະ ພາຍໃຕ້ການ ຊີ້ນໍາໆພາຂອງອົງຄະນະພັກແຂວງວຽງຈັນແຕ່ລະສະໄໝ ກໍ່ໄດ້ມີການຊີ້ນໍາພາຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງວຽງຈັນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນຕໍ່ແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ພາຍໃຕ້ການຊີ້ນໍາ-ນໍາພາ ຈາກກົມການເມືອງສູນກາງພັກ, ຄະນະພັກ, ອົງການປົກຄອງແຂວງ ແຕ່ລະສະໄໝ ໄດ້ສຸມໃສ່ການແກ້ໄຂບັນຫາຕ່າງໆ ໂດຍນຳໃຊ້ທຸກທ່າແຮງບົ່ມຊ້ອນຢ່າງຕັ້ງໜ້າຈິ່ງເຮັດໃຫ້ແຂວງວຽງຈັນຄ່ອຍໆມີໃບໜ້າໃໝ່ ສະແດງອອກໃນໄລຍະປີ 1993 – 2000 ແຂວງມີລວມຍອດຜະລິດຕະພັນພາຍໃນ ສະເລ່ຍ 6-7% ແລະຂຶ້ນເປັນ 7,24% ລາຍຮັບສະເລ່ຍຕໍ່ຫົວຄົນ 3 ລ້ານກວ່າກີບ, ຈົນມາຮອດປີ 2024 ເສດຖະກິດຂອງແຂວງວຽງຈັນ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ GDP ຂອງແຂວງ ບັນລຸ 5.3%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 23,22 ລ້ານກີບ.
ປັດຈຸບັນ ຍັງມີຄອບຄົວທຸກຍາກທັງໝົດ 3.720 ຄອບຄົວ ເທົ່າກັບ 4,72% ຂອງຈໍານວນຄອບຄົວທົ່ວແຂວງ. ປັດຈຸບັນ, ທົ່ວແຂວງມີບ້ານພັດທະນາ 163 ບ້ານ, ເທົ່າກັບ 38% ຂອງບ້ານທັງໝົດ ແລະ ມີຄອບຄົວ ພັດທະນາ 63.454 ຄອບຄົວ ເທົ່າກັບ 80,59% ຂອງຄອບຄົວທັງໝົດ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກດີ.
ໃນພິທີດັ່ງການໄດ້ມີການຍ້ອງຍໍປະດັບຫຼຽນກາລະນຶກ 70 ປີ ໃຫ້ແກ່ສະມາຊິກພັກແຂວງວຽງຈັນ ຜູ້ທີ່ມີຜົນງານ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະລອດໄລຍະຜ່ານມາ ຈຳນວນ 926 ສະຫາຍ, ຍິງ 115 ສະຫາຍ.






