ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຫຼວງພະບາງຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ

Mar 23, 2025

ແຂວງຫຼວງພະບາງຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ
ວັນທີ່ 22 ມິນາ 2025 ນີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໄດ້ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ່ 22 ມີນາ ຄົບຮອບ 70 ປີ ໂດຍຖ່າຍທອດພາບວິດີໂອທາງໄກ ພິທີສະເຫຼີມສະຫຼອງຈາກ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ມີ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍບັນດາຄະນະປະຈຳພັກແຂວງ, ອະດີດການນໍາຂັ້ນແຂວງ, ພະນັກງານປະຕິວັດອາວຸໂສ, ພະນັກງານຫຼັກແຫຼ່ງຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ. ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອສາລະຄະດີ ເລື່ອງ “70 ປີ ພາຍໃຕ້ການນໍພາຂອງພັກ” ທັງໄດ້ຮັບຟັງການກ່າວສູນທອນພົດ ຈາກ ສະຫາຍ ທອງລຸນ ສີສຸດລິດ ລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ເຊີ່ງສະຫາຍ ໄດ້ສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ແລະຄໍາອວຍພອນໄຊອັນປະເສີດ ໄປເຖີງບັນດາອະດີດການນໍາ ພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ໃນທົ່ວປະເທດ, ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ແລະພີ່ນ້ອງເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດ ຂອງທຸກຄົນ. ຈາກນັ້ນ, ໄດ້ຫວນຄືນມູນເຊື້ອແຫ່ງການນໍາເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ, ການນໍາພາຂອງພັກໃນຕະຫຼອດ 70 ປີ ຜ່ານມາ; ເພື່ອສືບຕໍ່ເສີມຂະຫຍາຍ ພາລະກໍາປະຫວັດສາດອັນຍິ່ງໃຫຍ່ ແລະການສືບຕໍ່ພາລະກິດປະຕິວັດຂອງພັກ ໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນ ແລະມີໄຊ, ພ້ອມນັ້ນ ສະຫາຍ ໄດ້ຕາງໜ້າສູນກາງພັກ, ການນຳ ພັກ-ລັດ ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ຈົ່ງອອກແຮງຖະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງ ຂອງທຸກການຈັດຕັ້ງ ແລະ ສະມາຊິກພັກໃຫ້ສູງຂຶ້ນ. ໃນພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ໄດ້ມີການຂຶ້ນກ່າວສະແດງຄວາມຮູ້ສຶກ ຂອງຜູ້ຕາງໜ້າກຳລັງປະກອບອາວຸດ, ຜູ້ຕາງໜ້າຊາວຜູ້ອອກແຮງງານ ແລະ ຊາວໜຸ່ມລາວ ຕໍ່ພັກ ກໍຄື 70 ປີ ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ຕື່ມອີກ. ພາຍຫຼັງສໍາເລັດການໂຮມຊຸມນຸມ ໂດຍການຖ່າຍທອດພາບວິດີໂອທາງໄກ ໄດ້ມີການປະດັບຫຼຽນກາ ລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ອະດິດການນຳ, ພະນັກງານປະຕິວັດ-ອາວຸໂສບຳນານ ແລະພະນັກງານການນຳຂອງແຂວງ ຈຳນວນໜື່ງ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ