ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ

Mar 23, 2025

ສະແດງສິລະປະ ຊົມເຊີຍວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ 3 ວັນປະຫວັດສາດ ແລະ ອະນຸກໍາມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ຈັດການສະແດງສິລະປະ-ວັນນະ ຄະດີ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ, ມີບັນດາການນຳ, ອະດີດການນຳຂັ້ນສູງ ພັກ, ລັດ, ພະນັກງານ-ທະຫານຕ່ຳຫລວດ, ບັນດາທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ພ້ອມດ້ວຍ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການສະແດງສິລະປະ-ວັນນະຄະດີ ໃນຄັ້ງນີ້ ແມ່ນວຽກໜຶ່ງທີ່ເປັນການປະກອບສ່ວນສຳ ຄັນ ເຂົ້າໃນການສຶກສາອົບຮົມ ໃຫ້ຄົນຮຸ່ນໃໝ່ເຫັນໄດ້ເຖິງມູນເຊື້ອການນຳພາອັນພິລະອາດຫານ, ລະອິດລະອ້ຽວ ຫຍຸ້ງຍາກ ແລະ ສ່ອງແສງເຖິງໄຊຊະນະ ທີ່ສະຫງ່າງາມຂອງພັກເຮົາ ໃນການນໍາພາຕະຫລອດໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ການນຳພາສ້າງ ສາພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນ ໂດຍຜ່ານເນື້ອຮ້ອງທຳ ນອງເພງ ແລະ ບັນດາບົດຟ້ອນ, ບົດສະແດງຕ່າງໆ.
ການສະແດງສິລະປະໃນຄັ້ງນີ້, ມີນັກສະແດງ, ນັກຮ້ອງມາຈາກຫລາຍພາກສ່ວນ ເປັນຕົ້ນ ກອງສິລະປະກອນແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ວິທະຍາໄລສິລະປະແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ ເຊິ່ງບັນດາສິລະປິນ, ນັກຮ້ອງ, ນັກສະແດງ ໄດ້ພ້ອມກັນນຳເອົາລາຍການສະແດງຕ່າງໆ ທີ່ມີເນື້ອໃນສັນລະເສີນການນຳພາອັນປີຊາສາມາດຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຫລຸດພົ້ນ ອອກຈາກແອກຄອບຄອງ ຂອງຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ແລະ ຕະຫລອດ 50 ປີຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ເຮັດໃຫ້ສັງຄົມມີຄວາມສະຫງົບ, ປະເທດຊາດໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ.
ຂ່າວ: ທະນູທອງ
ພາບ: ເກດສະໜາ