ທ່ານ ວາງຢີ້ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

ວັນທີ 22 ມີນານີ້,ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມ ມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບທ່ານ ທະເກຊິ ອິວະຢາ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ທີ່ນະຄອນຫຼວງໂຕກຽວ, ປະເທດຍິ່ປຸ່ນ.
ທ່ານ ວາງຢີ້ ກ່າວວ່າ: ປີນີ້ແມ່ນປີທີ່ສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນ ແລະ ສົງ ຄາມຕ້ານຟາຊິດຂອງໂລກ ຄົບຮອບ 80 ປີ. ການຮັບຮູ້ ແລະ ປະຕິບັດຕໍ່ປະຫວັດ ສາດຢ່າງຖືກຕ້ອງນັ້ນ ແມ່ນພື້ນຖານດ້ານການເມືອງທີ່ຍີ່ປຸ່ນພັດທະນາສາຍພົວພັນກັບປະເທດໃກ້ຄຽງ, ຍິ່ງແມ່ນມາດຕະຖານສຳຄັນໃນການກວດສອບວ່າ ຍີ່ປຸ່ນຈະສາ ມາດປະຕິບັດຄຳໝັ້ນສັນຍາທີ່ພັດທະນາໂດຍສັນຕິໄດ້ ຫຼື ບໍ່.
ເອກະສານການເມືອງລະຫວ່າງຈີນ ແລະ ຍີ່ປຸ່ນ 4 ສະບັບໄດ້ລະບຸຢ່າງຊັດເຈນກ່ຽວກັບບັນຫາປະຫວັດສາດ ແລະ ບັນຫາໄຕ້ຫວັນ, ຕ້ອງປະຕິບັດຢ່າງເຂັ້ມງວດ. ທ່າອ່ຽງການປັບປຸງສາຍພົວພັນຈີນ-ຍີ່ປຸ່ນ ໄດ້ມາບໍ່ແມ່ນງ່າຍ, ຕ້ອງສົ່ງເສີມການພົວ ພັນສອງຝ່າຍໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ຍາວນານ ເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງທັງສອງປະເທດ ແລະ ພາກພື້ນອາຊີ.
ທ່ານ ທະເກຊິ ອິວະຢາ ກ່າວວ່າ: ຍີ່ປຸ່ນ ໄດ້ເດີນຕາມເສັ້ນທາງພັດທະນາໂດຍສັນ ຕິມາເປັນເວລາດົນນານ, ໃຫ້ຄວາມສຳຄັນຕໍ່ກັບການເຄົາລົບເອກະສານການເມືອງລະຫວ່າງຍີ່ປຸ່ນ ແລະ ຈີນ 4 ສະບັບ. ຍີ່ປຸ່ນ ແລະ ຈີນມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືກັນ, ຍີ່ປຸ່ນ ມີຄວາມຕັດສິນໃຈ ແລະ ຄວາມປາດຖະໜາທີ່ຈະເພີ່ມທະວີການສົນທະນາແລກປ່ຽນກັນກັບຝ່າຍຈີນ, ຊຸກຍູ້ຕື່ມອີກໃຫ້ການຮ່ວມມືລະ ຫວ່າງສອງຝ່າຍໃນທຸກຂົງເຂດໃຫ້ໄດ້ຮັບປະສິດທິຜົນຫຼາຍກວ່າເກົ່າ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທັງສອງປະເທດ ດີຂຶ້ນກວ່າເກົ່າ.
ທີ່ມາ: CMG


