ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ໃຫ້ແກ່ຈຸດປະສານງານອາຊຽນ ບັນດາແຂວງພາກກາງ ແລະ ພາກໃຕ້

Mar 23, 2025

ເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ໃຫ້ແກ່ຈຸດປະສານງານອາຊຽນ ບັນດາແຂວງພາກກາງ ແລະ ພາກໃຕ້
ໃນວັນທີ 21 ມີນາ 2025 ທີ່ ຫ້ອງວ່າການແຂວງສະຫວັນ ນະເຂດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນປີ 2024 ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນເຈົ້າໜ້າ ທີ່ອາວຸໂສອາຊຽນຂອງ ສປປ ລາວ. ມີ ທ່ານ ໂພໄຊ ໄຂຄຳພິທູນ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ ແລະ ຈຸດປະສານງານອາຊຽນ ແລະ ພະແນກການກ່ຽວຂ້ອງຂອງບັນດາແຂວງທາງພາກກາງ ແລະ ພາກໃຕ້ ເຂົ້າ ຮ່ວມຫຼາຍກວ່າ 120 ຄົນ.
ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ກ່ຽວກັບການ ເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະໜຶ່ງປີທີ່ຜ່ານມາ, ໂດຍສະເພາະ ຜົນສໍາເລັດຂອງການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024, ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການເຄື່ອນໄຫວວຽກການຕ່າງ ປະເທດໃນຂົງເຂດຕ່າງໆ ເປັນຕົ້ນແມ່ນວຽກງານການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ວຽກງານຊາຍແດນ, ວຽກງານກົງ ສຸນ ແລະ ວຽກງານການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໂດຍມີບັນດານັກວິທະຍາກອນຈາກກະຊວງການຕ່າງ ປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂຶ້ນນຳສະເໜີ ແລະ ແລກປ່ຽນບົດຮຽນໃນກອງປະຊຸມ.
ທ່ານ ທອງຜ່ານ ສະຫວັນເພັດ ໄດ້ແຈ້ງໃຫ້ທີ່ປະຊຸມຊາບກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ”, ສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ແລະ ບັນດາສິ່ງທ້າທາຍຕ່າງໆ ໃນໄລຍະທີ່ ສປປ ລາວ ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ຈົນເຖິງປະຈຸບັນ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການເປັນປະທານອາ ຊຽນ ຂອງ ສປປ ລາວ, ໂດຍສະເພາະ ການປະ ກອບສ່ວນອັນສໍາຄັນຂອງ ບັນດາອະນຸກໍາມະການຕ່າງໆ ພາຍໃຕ້ຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງສປປ ລາວ, ລວມທັງບັນດາແຂວງທົ່ວປະເທດ ໂດຍາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງການນຳພັກ-ລັດ ທີ່ໄດ້ກະ ກຽມຄວາມພ້ອມ ແລະ ຮ່ວມກັນເປັນເຈົ້າພາບທີ່ດີ ໃນຖານະການເປັນປະທານອາຊຽນ ຈົນເຮັດໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ບັນດານັກວິທະຍາກອນ ທີ່ຕາງ​ຫນ້າຈາກ 3 ເສົາຄໍ້າປະຊາຄົມອາຊຽນ ຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ກໍໄດ້ນຳສະເໜີ​ກ່ຽວກັບຜົນສໍາເລັດການດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ພາຍໃຕ້ແຕ່ລະເສົາຄໍ້າ, ໝາກຜົນຂອງກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44 ແລະ ຄັ້ງທີ 45 ແລະ ບັນດາກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງ.
ນອກຈາກນີ້, ນັກວິທະຍາກອນຈາກບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ໄດ້ນຳສະເໜີກ່ຽວກັບການເຄື່ອນວຽກ ງານການຕ່າງປະເທດພາຍໃຕ້ໜ້າວຽກຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນ ວຽກງານການພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດ, ວຽກງານຊາຍແດນ, ວຽກງານກົງສຸນ ແລະ ການຄຸ້ມ ຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເຊິ່ງເປັນວຽກທີ່ຕິດພັນກັບປະສານງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ.