ແຂວງວຽງຈັນ ຈັດຂະບວນຂີ່ລົດຖີບເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ

ໃນຕອນເຊົ້າຂອງວັນທີ 23 ມີນາ 2025 ນີ້, ຄະນະອະນຸ ກຳມະການໂຄສະນາ, ຂະບວນການ, ພິທີການ, ປະດັບປະດາ ແລະ ຍ້ອງຍໍ ຂັ້ນແຂວງ ແລະ ສະຫະພັນລົດຖີບແຂວງວຽງຈັນ ໄດ້ຮ່ວມກັນຈັດກິດຈະກຳຂະບວນຂີ່ລົດຖີບເພື່ອຂ່ຳນັບຮັບຕ້ອນວັນສຳຄັນທາງປະຫວັດສາດຂອງຊາດ-ຂອງພັກ. ມີ ທ່ານ ຄຳພັນ ສິດທິດຳພາ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ພ້ອມດ້ວຍພະນັກງານ ແລະ ມວນຊົນພາຍໃນແຂວງເຂົ້າຮ່ວມ 200 ກວ່າຄົນ.
ການຈັດກິດຈະກຳຄັ້ງ ເພື່ອຂ່ຳນັບຮັບຕ້ອນ 3 ວັນປະ ຫວັດສາດຂອງຊາດ-ຂອງພັກ ຄື: ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ເພື່ອເປັນການພົບປະສັງສັນລະ ຫວ່າງພາກລັດ-ເອກະຊົນ, ບັນດານັກທຸລະກິດດ້ວຍ ກັນ ໃນການປຶກສາວຽກງານຮ່ວມກັນ ແລະ ເພື່ອເປັນການອອກກຳລັງກາຍເຮັດໃຫ້ສຸຂະພາບແຂງແຮງ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ຂະບວນຂີ່ລົດຖີບຄັ້ງນີ້ ເລີ່ມຕົ້ນຈາກຫ້ອງວ່າການເມືອງວຽງຄຳ ໄປຫາວົງວຽນໂພນໂຮງ ແລ້ວກັບຄືນມາຈຸດເລີ່ມຕົ້ນ ເຊິ່ງມີໄລຍະທາງ ປະມານ 30 ກິໂລແມັດ.





