ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງ ອຸດົມໄຊ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ

Mar 23, 2025

ແຂວງ ອຸດົມໄຊ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ
ວັນທີ 22 ມີນາ 2025, ໃນໂອກາດທີ່ແຂວງ ອຸດົມໄຊຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ຄົບຮອບ 70 ປີ ທີ່ສະໂມສອນ ແຂວງ ອຸດົມໄຊ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ ໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະ ການສຳຮອງ ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ.
ການປະດັບຫລຽນຄັ້ງນີ້ມີສະມາຊິກພັກທົ່ວແຂວງ ອຸດົມໄຊ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດ ປົກປັກ ຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຕະຫລອດໄລຍະຜ່ານມາມີ 1135 ສະຫາຍ. ໃນນີ້, ສະມາຊິກພັກບໍານານ 488 ສະຫາຍ ແລະ ສະມາຊິກພັກປະຈໍາການ 647 ສະຫາຍ.
ຂ່າວ:ຄຳພູສະຫວັນ ເພັນສະຫວັດ