ວັນທີ 22 ມີນາ 2025 ນີ້ ທີ່ສະໂມສອນ ມະຫາວິທະຍາໄລ ສຸພານຸວົງ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ການນຳ ແລະອະດິດການນຳ ແຂວງຫລວງພະບາງ ໂດຍການເປັນປະທານຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ.
ການປະດັບຫລຽນຄັ້ງນີ້ ມີສະມາຊິກພັກ ພາຍແຂວງຫລວງພະບາງ ຈຳນວນ 1,437 ສະຫາຍ, ໃນນີ້ ສະມາຊິກພັກບໍານານ 856 ສະຫາຍ, ຍິງ 92 ສະຫາຍ, ແລະສະມາຊິກພັກປະຈໍາການ 581 ສະຫາຍ, ຍິງ 14 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ






