ໃນຕອນບ່າຍວັນທີ 21 ມີນາ 2025 ອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 – 22 ມີນາ 2025) ໃຫ້ສະມາຊິກພັກ ຜູ້ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍ ທີ່ໄດ້ຮັບການປະດັບຫຼຽນ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທີ່ຂຶ້ນກັບອົງຄະນະພັກ ຫສນຍ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະບໍລິຫານງານພັກ ຫສນຍ, ປະທານອົງການກາແດງແຫ່ງຊາດລາວ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 440/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດຈຳນວນ 41 ສະຫາຍ, ໃນນັ້ນ ສະມາຊິກພັກ ຜູ້ທີ່ຍັງປະຈຳການ 06 ສະຫາຍ, ຍິງ 01 ສະຫາຍ, ສະມາຊິກພັກອາວຸໂສບໍານານ 35 ສະຫາຍ, ຍິງ 10 ສະຫາຍ; ເຊິ່ງໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ.
ໃນໂອກາດດຽວກັນ, ສະຫາຍ ບົວຄົງ ນາມມະວົງ ກໍ່ໄດ້ໃຫ້ກຽດມີຄໍາເຫັນກ່າວຕໍ່ພິທີບາງຕອນວ່າ ຫຼຽນກາ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ມອບໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ຜູ້ທີ່ມີຜົນງານອັນໃຫ່ຍຫຼວງ, ໄດ້ປະກອບສ່ວນອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຂອງພັກ, ການປະຕິວັດ ແລະ ປະເທດຊາດ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ, ກອບກູ້ເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ ລວມທັງ ໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນແບບຢ່າງອັນປະເສີດແກ່ຮຸ່ນສືບທອດ; ການປະດັບຫຼຽນກາລະນຶກ 70 ປີ ຄັ້ງນີ້ ເປັນການສະແດງ ໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ຂອງບັນດາສະຫາຍ ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍ. ພວກເຮົາ ຜູ້ທີ່ເປັນຮຸ່ນສືບທອດ ຈະສືບຕໍ່ຮໍ່າຮຽນເອົາແບບຢ່າງຄຸນສົມບັດ ສິນທໍາປະຕິວັດ, ຜົນງານ ແລະ ວິລະກໍາ ອັນໂດດເດັ່ນ, ນໍ້າໃຈຮັກຊາດອັນດູດດື່ມ, ຄວາມກ້າແກ່ນເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ, ຄວາມຊື່ສັດບໍລິສຸດຈົ່ງຮັກພັກດີ, ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ຍຶດໝັ້ນໃນອຸດົມການ, ສ້າງຄວາມສາມັກຄີອັນເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃຫ້ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.







