ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

Mar 24, 2025

ພິທີ ໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955-22 ມີນາ 2025 ) ຂອງແຂວງເຊກອງ ໄດ້ຈັດຂຶ້ນ ຢູ່ທີ່ສະໂມສອນໃຫຍ່ແຂວງ, ໃນວັນທີ 22 ມີນາ ນີ້ ໂດຍ ສະຫາຍ ເຫຼັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າຂັ້ນແຂວງ, ອະດີດພະນັກງານບຳນານ ແລະ ພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ໂດຍແຂວງເຊກອງ ໄດ້ຖ່າຍທອດບັນຍາກາດພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຈາກສູນກາງ ແລະ ໃນພິທີໄດ້ຮັບຟັງສູນທອນພົດຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງທ່ານ ໄດ້ເວົ້າເຖິງຄວາມເປັນມາແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ທີ່ໄດ້ນໍາພາຂະບວນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ-ແບບໃໝ່ຜ່ານຫລາຍໄລຍະ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975; ໃນໂອກາດທີ່ແຂວງເຊກອງ ໄດ້ຮ່ວມໂຮມຊຸມນຸມໃຫຍ່ຄັ້ງນີ້ ເປັນການເຊື່ອມຊຶມມູນເຊື້ອ ທາດແທ້ ການປະຕິວັດຂອງພັກ ໃຫ້ແກ່ພະນັກງານການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງເຊກອງ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຢຶດໝັ້ນ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ກ້າວຂຶ້ນສູ່ສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.
ໃນການສະເຫລີມສະຫລອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຢູ່ແຂວງເຊກອງ ປີນີ້ ແມ່ນເຫັນໄດ້ຄວາມສາມັກຄີ, ຄວາມເບີກບານມ່ວນຊື່ນ ໃນການສ້າງກິດຈະກຳ, ສ້າງຂະບວນການຕ່າງໆໄດ້ຢ່າງຟົດຟື້ນ ຄຽງຄູ່ກັບການຮັກສາຄວາມສະຫງົບ,ຄວາມປອດໄພ ທົ່ວສັງຄົມ ແລະ ຮັກສາໄດ້ມູນເຊື້ອຂະຫຍັນຂັນແຂງ, ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ.
ພາບ-ຂ່າວ: ອັດສະວິນ
May be an image of 3 people, dais, crowd and text