ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈຳປີ 2025

Mar 24, 2025

ໃນຕອນເຊົ້າຂອງວັນທີ 20 ມີນາ 2025, ກະຊວງການຕ່າງ ປະເທດ ໃນນາມຜູ້ປະສານງານແຫ່ງຊາດຂອງ ສປປ ລາວ ປະຈຳອົງການຝຣັງໂກໂຟນີສາກົນ (OIF) ໂດຍຮ່ວມກັບພາກສ່ວນຕ່າງໆ ກ່ຽວຂ້ອງ ​ໄດ້ຈັດພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ 20 ມີນາ ປະຈຳປີ 2025 ຂຶ້ນ ພາຍໃຕ້ຫົວຂໍ້ “ຍົກສູງການຊອກຮູ້ຮໍ່າຮຽນດ້ວຍຕົນເອງ ເພື່ອສາມາດປະກອບສ່ວນເຂົ້າໃນການພັດທະນາສັງຄົມຢ່າງເຕັມສ່ວນ” ຢູ່ຫ້ອງປະຊຸມຫ້ອງວ່າການ ແຂວງສະຫວັນນະເຂດ.
ພິທີທາງການດັ່ງກ່າວ ໄດ້ດຳເນີນໄປໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ. ມີການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງເຈົ້າແຂວງສະຫວັນນະເຂດ, ທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ບັນດາທູຕານຸທູດ ທີ່ໃຊ້ພາສາຝຣັ່ງ, ທ່ານ ຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF), ບັນດາຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ທີ່ຮຽນພາສາຝຣັ່ງ ເຂົ້າຮ່ວມປະມານ 300​ ທ່ານ.
ໃນພິທີດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ມີຄຳເຫັນ ໂດຍຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາໃນການຮ່ວມຂະບວນການຝຣັງໂກໂຟນີ ຂອງ ສປປ ລາວ ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງການພົວພັນຮ່ວມມືກັບອົງການຝຣັງໂກໂຟນີສາກົນ ກໍ່ຄື ອົງການ OIF ແລະ ການເຄື່ອນໄຫວວຽກງານໂດຍສັງເຂບ ຂອງ ສປປ ລາວ ໃນຂອບວຽກຝຣັງໂກໂຟນີ, ໂດຍສະເພາະໃນການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຝຣັງໂກໂຟນີ, ແລະ ໄດ້ຕີລາຄາກ່ຽວ ກັບສະພາບການນໍາໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ໃນທົ່ວໂລກ, ໄດ້ຊຸກຍູ້ການເສີມຂະຫຍາຍການຮ່ວມມື ເພື່ອສົ່ງເສີມການຮຽນ- ການສອນພາສາຝຣັ່ງ ຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍ່ຄືຢູ່ ສປປ ລາວ, ລວມທັງການສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ຊາວໝຸ່ມຍິງ-ຊາຍ ກໍ່ຄືຜູ້ທີ່ເວົ້າພາສາຝຣັ່ງ. ນອກຈາກນີ້, ຍັງໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມື ລາວ – ຝຣັ່ງ ກໍ່ຄືການພົວພັນຮ່ວມ ມື ຕະຫຼອດໄລຍະທີ່ຜ່ານມາ ໃນຫຼາຍຂົງເຂດວຽກງານ ໃນນັ້ນລວມທັງການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ຢູ່ ສປປ ລາວ.
ໃນໂອກາດດຽວກັນນີ້, ທ່ານ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ຕ່າງກໍ່ໄດ້ປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນຄວາມສໍາຄັນໃນການສະ ເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ພ້ອມທັງລາຍງານກ່ຽວກັບການເຄື່ອນ ໄຫວວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມການພົວ ພັນ ແລະ ການຮ່ວມມືໃນຂອບວຽກງານຝຣັງໂກໂຟນີເວົ້າລວມ ແລະ ເວົ້າສະເພາະແມ່ນໃນຂອບການສົ່ງເສີມການຮຽນ-ການ ສອນພາສາຝຣັ່ງ ຢູ່ ສປປ ລາວ.
ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ແລະ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆຂອງອົງການດັ່ງກ່າວ, ລວມທັງ​ການ​ຮ່ວມ​ມື​ ໃນ​ການສົ່ງ​ເສີມ​ພາ​ສາ​ຝຣັ່ງ, ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ດິ​ຈິ​ຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນພາສາຝຣັ່ງ ຢູ່ນະ ຄອນຫຼວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ຫຼວງພະບາງ, ສະຫວັນ ນະເຂດ ແລະ ຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ, ໂດຍສະເພາະແມ່ນໄດ້ມີການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູ-ອາຈານ ແລະ ການພັດທະນາຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນການສຶກສາລະດັບສູງ.
ນອກ​ຈາກນີ້, ຍັງ​ໄດ້ມີການຮ່ວມມືໃນ​ຂົງ​ເຂດ​ອື່ນໆ​ ເຊັ່ນ: ສາທາ ລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່​ມວນ​ຊົນ, ການ​ພັດທະນາ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ອື່ນໆ.
ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນລະຫວ່າງ​ລັດຖະບານ ທີ່ເຕົ້າໂຮມເອົາບັນດາປະເທດຕ່າງໆ ທີ່ໃຊ້ພາສາຝຣັ່ງ ເຂົ້າດ້ວຍກັນ, ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970, ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະ ນະທໍາ ແລະ ເຕັກນິກ (Agence de Cooperation, Culturelle et Technique ຫລຶ ACCT ), ເຄື່ອນໄຫວ​ທາງດ້ານການ​ຝຶກ​ອົບຮົມ​ວິຊາ​ຊີບ ​ແລະ ​ເຕັກນິກ ​ແລະ ດ້ານວັດທະ ນະທໍາ, ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຟຣັງໂກໂຟນີສາກົນ (Organisation Internationale de la Francophonie ຫລື OIF), ມີ​ສະມາຊິກ​ທັງໝົດ 93 ປະ​ເທດທີ່ຢູ່​ໃນ 5 ທະວີບ​ຂອງ​​ໂລ​ກ, ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ນະຄອນ ຫຼວງປາຣີ, ປະເທດຝຣັ່ງ.