ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕີວັດລາວ ວັນທີ 22 ມີນາ ຄົບຮອບ 70 ປີ, ທ່ານ ປອ ສໍາລານ ພັນຄະວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ສຶກ ສາທິການ ແລະ ກິລາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຕະຫລອດໄລຍະຜ່ານມາ ພັກ ແລະ ລັດ ຢາມໃດກໍ່ຖືເອົາການພັດທະນາຊັບພະຍາ ກອນມະນຸດ ເປັນວຽກງານບຸລິມະ ສິດໃນການພັດທະນາ, ເປັນຍຸດທະສາດໜຶ່ງທີ່ມີລັກ ສະນະຕັດສິນຄວາມຈະເລີນຮຸ່ງເຮືອງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນກອງປະຊຸມໃຫຍ່ຂອງຄະນະພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ ໄດ້ເນັ້ນໃຫ້ວຽກງານການສຶກສາໃຫ້ໄດ້ມີການພັດທະ ນາເພື່ອສ້າງທັກສະຄວາມຮູ້ໃຫ້ຜູ້ຮຽນມີຄວາມຮູ້ອັນໃໝ່ໆ ເພື່ອສາມາດທຽບເທົ່າກັບພາກພື້ນ ແລະ ສາກົນໄດ້ ໂດຍສະເພາະກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນເດືອນ ມັງກອນ 2021 ໄດ້ກໍານົດໃຫ້ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ພັດທະນາຄົນລາວ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ປະເທດຊາດ ໃນໄລຍະໃໝ່ ເພຶ່ອບັນລຸເປົ້າໝາຍດັ່ງກ່າວ ແມ່ນສືບຕໍ່ປັບປຸງເນື້ອໃນຫຼັກສູດ ແລະ ວິທີສິດສອນໃນລະບົບການສຶກສາສາມັນສຶກສາແຕ່ລະຂັ້ນ, ການສຶກສາດ້ານວິຊາຊີບ ແລະ ການສຶກສາຊັ້ນສູງນັບທັງເນື້ອໃນຫຼັກສູດ ແລະ ວິທີສິດສອນ ໃນລະບົບກໍ່ສ້າງ ແລະ ຝຶກອົບຮົມຂົງເຂດການເມືອງ-ການປົກຄອງ.
ພັກເຮົາ ຍາມໃດກໍຮັບຮູ້ວ່າ ຄົນເປັນປັດໄຈຕັດສິນການພັັດທະນາ ແລະ ຖືຄົນເປັນເປົ້າໝາຍບູລິມະສິດຂອງການພັດທະນາ, ວຽກງານການສຶກສາເປັນວຽກຈຸດສຸມໃຈກາງຂອງການພັດທະນາຊັບພະຍາກອນມະນຸດ, ພັດທະນາການສຶກສາແບບຮອບດ້ານ ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ສົມທົບລະຫວ່າງການສຶກສາໃນໂຮງຮຽນ ກັບການສຶກສາໃນຄອບຄົວ ແລະ ສັງຄົມ, ສ້າງຄົນໃຫ້ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດແຕ່ລະໄລຍະ, ຍາມໃດກໍຖືການສຶກສາເປັນພາລະກິດຂອງປວງຊົນ ແລະ ເນັ້ນໃຫ້ເພີ່ມການລົງທຶນຂອງລັດໃສ່ການສຶກສາ.
ທ່ານ ໄດ້ຍົກໃຫ້ເຫັນຕື່ມວ່າ: ການພັດທະນາການສຶກສາຂອງລາວ ໃນໄລຍະ 70 ປີຜ່ານມາ ເຖິງມີທ່າກ້າວ ແລະ ມີຫຼາຍຜົນສໍາເລັດກໍ່ຕາມ ແຕ່ການຈັດຕັ້ງປະຕິບັດຕົວຈິງກໍ່ປາດສະຈາກບັນ ຫາ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ການເຂົ້າເຖິງການສຶກສາ ໂດຍສະເພາະໃນເຂດຊົນນະບົດ, ຄວາມຕ້ອງການດ້ານງົບປະມານໃນການປັບປຸງຄຸນນະພາບການສຶກສາ, ການລົງ ທຶນເພີ່ມຂຶ້ນສຳລັບວຽກງານຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ, ການເສີມຂະຫຍາຍພື້ນຖານໂຄງລ່າງ ແລະ ຊຸກຍູ້ຄວາມສະ ເໝີພາບຍິງ-ຊາຍ. ດັ່ງນັ້ນ ການລົງທຶນໃສ່ໂຄງລ່າງພື້ນຖານຢ່າງມີຈຸດສຸມ, ການຝຶກອົບຮົມຄູ, ການປັບປຸງຫຼັກສູດ, ການຮ່ວມມືດ້ານວິທະຍາສາດ, ການພັດທະນາກິລາ-ກາຍະກຳ, ການຫັນເປັນທັນສະໄໝທີ່ສອດຄ່ອງກັບຍຸກດີຈີຕ໊ອນ ແລະ AI ແມ່ນມີຄວາມສໍາຄັນຫຼາຍ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆທີ່ໄດ້ກ່າວມາ ແລະ ເພື່ອຮັບປະກັນການພັດທະນາການສຶກສາ.
ພ້ອມນີ້, ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ
ຍັງໄດ້ຍົກໃຫ້ເຫັນບົດຮຽນທີ່ຖອດຖອນໄດ້ ເພື່ອນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ໃນນັ້ນ ລວມມີ:
– ສືບຕໍ່ໃນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງບັນດາມະຕິ, ຄຳສັ່ງ ຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ກ່ຽວກັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ເປັນແຜນ ການ, ແຜນງານ, ໂຄງການ ແລະ ການ ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ເປັນປົກກະຕິ;
– ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງ ການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ປະກອບສ່ວນ ໃນການພັດທະນາການສຶກສາ ຕາມພາລະບົດບາດຂອງໃຜລາວ ຖື ເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ;
– ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ສິດ ໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ, ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດ ລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນ ໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ;
– ການຈັດສັນງົບປະມານສະເພາະ ຮັບໃຊ້ເຂົ້າໃນການຈັດຕັ້ງປປະຕິ ບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນແຕ່ລະໄລຍະ.






