ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດງານວາງສະແດງພາບຖ່າຍ “ປະເທດຊາດ- ຊາວອາຊຽນ”

Mar 24, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກະຊວງວັດ ທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ມອບໃຫ້ກົມວິຈິດສິນ, ການຖ່າຍຮູບ ແລະ ງານວາງສະແດງ ເປັນເຈົ້າພາບສົມ ທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເງະອານ ຈັດງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວອາຊຽນ” ຢູ່ວັນບຸນໝູ່ບ້ານ ແຊນ, ເນື່ອງໃນໂອກາດສະເຫລີມສະຫລອງ 135 ປີ ວັນເກີດ ປະທານ ໂຮ່ຈີມິນ.
ງານວາງສະແດງຄັ້ງນີ້ ຈັດຂຶ້ນໄປຮອດວັນທີ 25 ເດືອນພຶດ ສະພາ 2025 ຢູ່ແຂວງເງະອານ ດ້ວຍຜົນງານ 200 ຢ່າງ ໂດຍມີ ບັນດານັກຖ່າຍຮູບຫວຽດນາມ ແລະ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມວາງສະແດງ.
ນີ້ແມ່ນການເຄື່ອນໄຫວສິລະປະທີ່ມີຄວາມໝາຍແທດຈິງ, ປະກອບສວ່ນ ເຮັດໃຫ້ເນື້ອໃນຂອງວັນບຸນໝູ່ບານແຊນຢູ່ ເງະອານ ອຸດົມສົມບູນກວ່າ. ການເຄື່ອນໄຫວດັ່ງກ່າວ ຍັງປະກອບສ່ວນເປີດກວ້າງການພົວພັນພົບ ປະແລກປ່ຽນວັດທະນະທຳ, ແມ່ນໂອ ກາດ ເພື່ອໃຫ້ມວນຊົນ ຜູ້ມັກຮັກສິລະປະ ໄດ້ສຳຜັດ ແລະ ຮັບຊົມບັນດາຜົນງານພາບຖ່າຍ ໃນການຄັດເລືອກທີ່ດີເດັ່ນຂອງບັນ ດານັກຖ່າຍຮູບໃນກຸ່ມອາຊຽນ.
May be an image of fog, mountain and cloud