ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດ-ສັງຄົມ ຂອງນະຄອນຫຼວງພະບາງ ຂະຫຍາຍຕົວ 6.9% ຕໍ່ປີ

Mar 24, 2025

ທ່ານ ສະເຫວີຍ ສີລາວັນ ກຳມະການປະຈຳພັກ ຮອງເຈົ້ານະຄອນ ຫຼວງພະບາງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2020-2024) ຂອງນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໄດ້ກຳນົດ 6 ເປົ້າໝາຍຕົ້ນຕໍ ເຮັດໃຫ້ ໃນໄລຍະ 5 ປີຜ່ານມາ, ເສດຖະກິດຂອງນະຄອນຫຼວງພະບາງຂະຫຍາຍຕົວໃນລະດັບສະເລ່ຍ 6.9% ຕໍ່ປີ, ລວມຍອດລາຍຮັບຜົນຜະລິດພາຍໃນ ບັນລຸໄດ້ 3,989 ຕື້ກວ່າກີບ ເກີນແຜນ 931 ຕື້ກວ່າກີບ, ສະເລ່ຍໄດ້ 39 ລ້ານກ່ວາກີບ ຫຼື ເທົ່າກັບ 1,897 ໂດລາສະຫະລັດ ຕໍ່ຄົນ ຕໍ່ປີ.
ອັນພົ້ນເດັ່ນ ແມ່ນການລົງທຶນຢູ່ ນະຄອນ ຫຼວງພະບາງ ມີທັງໝົດ 72 ໂຄງ ການ, ມູນຄ່າທັງໝົດ 174 ລ້ານກວ່າໂດລາ, ໃນນີ້ ມີໂຄງການລົງທຶນພາຍໃນ 53 ໂຄງການ ລວມມູນຄ່າ 140 ລ້ານກວ່າໂດລາ ແລະໂຄງການລົງທຶນຂອງຕ່າງປະເທດ 19 ໂຄງ ການ ລວມມູນຄ່າ 33 ລ້ານກວ່າໂດລາ, ທຶນຊ່ວຍເຫຼືອລ້າຈາກຕ່າງປະເທດ ມີ 23 ໂຄງການ ລວມມູນຄ່າ 18 ຕື້ກວ່າກີບ; ທຶນສົມທົບຂອງປະຊາຊົນ ລວມມູນຄ່າ 1 ຕື້ກວ່າກີບ ແລະທຶນເອກະຊົນພາຍໃນ ມູນຄ່າ 304 ລ້ານກີບ.
ປັດຈຸບັນທົ່ວນະຄອນຫຼວງພະບາງ ມີບ້ານພົ້ນທຸກ 113 ບ້ານ, 16,355 ຄອບຄົວ ກວມ 98%, ບ້ານພັດທະນາ ມີ 109 ບ້ານ, 14,979 ຄອບຄົວ ກວມ 94%.
ສັງລວມແລ້ວ ຜົນສຳເລັດທີ່ພົ້ນເດັ່ນ ໃນໄລຍະຜ່ານມາໄດ້ເຮັດໃຫ້ ນະຄອນ ຫຼວງພະບາງ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ການນໍາພາຂອງພັກ; ລາຍຮັບມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ພິເສດແມ່ນ ລາຍຮັບຈາກການບໍລິການທ່ອງທ່ຽວ; ການຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ; ເຖີງວ່າງົບປະມານການລົງທຶນຂອງລັດ ພົບຄວາມຫຍຸ້ງຍາກ ແຕ່ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດຢູ່ ນະຄອນ ຫຼວງພະບາງ ມີທ່າອ່ຽງເພີ່ມຂຶ້ນ; ໂຄງລ່າງພື້ນຖານຮັບໃຊ້ໃຫ້ແກ່ການຜະລິດ ການບໍລິການສືບຕໍ່ໄດ້ຮັບການຍົກລະດັບ ໂດຍສະເພາະແມ່ນ ການກໍ່ສ້າງເສັ້ນທາງເບຕົງເຂົ້າບ້ານ, ເສັ້ນທາງເຂົ້າຫາສະຖານທີທ່ອງທ່ຽວ, ການຂະຫຍາຍສິ່ງອໍານວຍຄວາມສະດວກຮອງຮັບການທ່ອງທ່ຽວ ນັບມື້ເພີ່ມຂຶ້ນ ແລະ ອື່ນໆ.
ຂ່າວ: ອາພຸດເດດ ບຸບຜາ.
ພາບ: ທະນູສີນ ອິດທິພົນ