ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຕະໂອ້ຍຈັດພິທີ ປາຖະກະຖາ 3 ວັນປະຫວັດສາດ

Mar 24, 2025

ເມືອງຕະໂອ້ຍ, ແຂວງສາລະວັນ ໄດ້ຈັດພິທີ ປາຖະກະຖາກ່ຽວກັບ 3 ວັນປະ ຫວັດສາດຂອງພັກໃນວັນທີ 21 ມີນາ, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍໃຫ້ກຽດເຂົ້າເປັນປະທານ ຂອງທ່ານ ນາງ ບຸນຖິນ ແກ່ນພົມມາ ຮັກສາການ ເຈົ້າເມືອງຕະໂອ້ຍ,
ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເອກະສານແຈ້ງການ ແນະນໍາຂອງຄະນະປະຈໍາພັກເມືອງຕະໂອ້ຍ ເລກທີ 05/ຄຈພມ.ຕອ, ລົງວັນທີ 18/3/2025 ເລື່ອງ: ຈັດຕັ້ງໂຄສະນາ – ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ (22/3/1955 – 22/3/2025), ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 79 ປີ (21/3/1946 – 21/3/2025) ແລະ ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX.
ຈຸດປະສົງເພື່ອທົບທວນຄຶນມູນເຊື້້ອ ແລະ ພາລະກິດໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ – ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວຕະ ຫຼອດ 70 ປີເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທໍາຕົວຈິງຂອງການປະຕິວັດຊາດເຊິ່ງມັນໄດ້ສະແດງໃຫ້ເຫັນຜົນງານ, ຄຸນງາມຄວາມດີຂອງບັນດາສະຫາຍທີ່ມີຜົນງານປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ. ນັບແຕ່ມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວຂຶ້ນມາ ກໍໄດ້ປະເຊີນໜ້າກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາກໍ່ໄດ້ແບກຫາບພາລະກໍາອັນໜັກໜ່ວງເພື່ອນໍາພາ – ຊີ້ນໍາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຢ່າງດຸເດືອດຂ້ຽວຂາດຈົນກ້າວເຂົ້າສູ່ການປົດປ່ອຍປະເທດຊາດຢ່າງສົມບູນ.
ຂ່າວ: ກິລິຍາ