ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕິດຕາມການພັດທະນາເສດຖະກິດຂອງຈີນ ຜ່ານເວ​ທີ​ປຶກ​ສາ​ຫາ​ລືຂັ້ນ​ສູງ​​ການ​ພັດ​ທະ​ນາ​ຈີນ​ ປະ​ຈຳ​ປີ 2025

Mar 25, 2025

 

ກອງ​ປະຊຸມ​ເວ​ທີ​ປຶກ​ສາ​ຫາ​ລືຂັ້ນ​ສູງ​​ການ​ພັດ​ທະ​ນາ​ຈີນ ​ປະ​ຈຳ​ປີ 2025 (China Development Forum 2025 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງໃນລະຫວ່າງວັນທີ 23-24 ມີນານີ້ ເຊິ່ງຖືເປັນເວທີສໍາຄັນໃນການແລກປ່ຽນຄວາມຄິດເຫັນກ່ຽວກັບການພັດທະນາເສດຖະກິດຂອງຈີນ. ເວທີດັ່ງກ່າວໄດ້ເລີ່ມຈັດຂຶ້ນນັບແຕ່ປີ 2000 ເປັນຕົ້ນມາ ໂດຍແມ່ນສູນວິໄຈເພື່ອການພັດທະນາແຫ່ງຄະນະລັດຖະມົນຕີຈີນ ແລະ ມູນນິທິວິໄຈການພັດທະນາຮ່ວມກັນຈັດຂຶ້ນ.

ເວທີນີ້ ໄດ້ກາຍເປັນເວທີແຫ່ງການພັດທະນາການຮ່ວມມືລະຫວ່າງຈີນກັບພາກສ່ວນຕ່າງໆ ຈາກທົ່ວໂລກ. ທຸກໆ ປີແມ່ນມີຜູ້ບໍລິຫານອົງການຈາກພາກລັດ, ພາກເອກະຊົນ ແລະ ນັກວິຊາການຈາກປະ ເທດຕ່າງໆ ມາຮ່ວມກັນສໍາມະນາກ່ຽວກັບບັນຫາສໍາຄັນທີ່ເປັນແຮງຂັບເຄື່ອນການພັດທະນາດ້ານເສດຖະ ກິດຂອງຈີນ ກໍຄືຂອງໂລກ.

ສໍາລັບກອງ​ປະຊຸມ​ເວ​ທີ​ປຶກ​ສາ​ຫາ​ລືຂັ້ນ​ສູງ​​ການ​ພັດ​ທະ​ນາ​ຈີນ ​ປະ​ຈຳ​ປີ 2025 ດໍາເນີນພາຍໃຕ້ຫົວຂໍ້: “ຊຸກຍູ້ການພັດທະນາ ເພື່ອການເຕີບໂຕທີ່ໝັ້ນຄົງຂອງໂລກ” ໂດຍມີຕາ​ງ​ໜ້າ​ຈາກຕ່າງ​ປະ​ເທດ 100 ກວ່າ​ທ່ານ​ທີ່​ມາ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ວິ​ສາ​ຫະ​ກິດ​ຂ້າມ​​ຊາດ​ທີ່ຢູ່​​ໃນ​ບັນ​ຊີ​ລາຍ​ຊື່ 500 ວິ​ສາ​ຫະ​ກິດ​ທີ່ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ ພ້ອມ​​ດ້ວຍ​ວົງ​ການ​ອຸດ​ສາ​ຫະ​ກຳ​ ແລະ​ການ​ຄ້າ​ທົ່ວ​ໂລກ ​ເຂົ້າ​ຮ່ວມ, ໃນນັ້ນ ລວມທັງລວມມີບໍລິສັດທີ່ນໍາໜ້າຂອງໂລກ ເຊັ່ນ: Schneider Electric TCP Group BMW  ແລະ Takeda Pharmaceutical ຮ່ວມຢູ່ດ້ວຍ ເພື່ອ​ແລກ​ປ່ຽນ ແລະ ​ປຶກ​ສາ​ຫາ​ລື​ກັນ​ໂດຍ​ປິ່​ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ນະ​ໂຍ​ບາຍ​ມະ​ຫາ​ພາກ ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ການ​ປະ​ຕິ​ຮູບຊຸກ​ຍູ້ແຮງ​ຂັບ​ເຄື່ອນ​ໃໝ່​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ການກະ​ຕຸກ​ຊຸກ​ຍູ້​ການ​ບໍ​ລິ​ໂພກ ແລະ​ເປີດກວ້າງ​ຄວາມຕ້ອງ​ການ​ພາຍ​ໃນ, ການ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ກຳ​ລັງ​ຜະ​ລິດ​​ໃນ​ຄຸນ​ນະ​ພາບໃໝ່​ດ້ວຍ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ພັດ​ທະ​ນາ​ປັນ​ຍາ​ປະ​ດິດ​ແບບ​ມີ​ຜົນ​ປະ​ໂຫຍ​ດ​ທົ່ວ​​ເຖິງ ແລະ​ກວມ​ລວມ ແລະຫົວ​ຂໍ້ສໍາຄັນ​ອື່ນໆ.

ທ່ານ ຫຼີສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສຕໍ່ພິທີໄຂກອງປະຊຸມຄັ້ງນີ້ວ່າ: ໃນກອງປະຊຸມສອງສະພາແຫ່ງຊາດຈີນ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຈີນໄດ້ວາງເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນປີນີ້ໃຫ້ຢູ່ໃນລະດັບປະມານ 5% ໂດຍພິຈາລະນາຈາກເງື່ອນໄຂຕົວຈິງ ແລະ ປັດໄຈພື້ນຖານທາງດ້ານເສດຖະກິດທີ່ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ນະໂຍບາຍການພັດທະນາ ແລະ ປະສິດທິພາບໃນການພັດທະນາເສດຖະກິດຈີນໃນອະນາຄົດ. ເຖິງວ່າປັດຈຸບັນ ຕ້ອງປະ ເຊີນກັບສິ່ງທ້າທາຍຈາກຫຼາຍປັດໄຈພາຍນອກ ແຕ່ລັດຖະບານຈີນ ຈະເນັ້ນໃສ່ຂັບເຄື່ອນນະໂຍບາຍຕ່າງໆ ເພື່ອເຮັດໃຫ້ເສດຖະກິດຂອງຈີນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພາະຈີນເປັນຕະຫຼາດການບໍລິໂພກຂະ ໜາດໃຫຍ່ຂອງໂລກ, ເຕັມໄປດ້ວຍໂອກາດ, ເສດຖະກິດຈີນມີປະສິດຕິພາບຢ່າງມະຫາສານ, ຂະຫຍາຍຕົ ວຢ່າງແຂງແຮງ ແລະ ມີສ່ວນຊ່ວຍເຮັດໃຫ້ເສດຖະກິດໂລກຟື້ນຕົວ. ສະນັ້ນ ຈຶ່ງຫວັງວ່າ ຜູ້ປະກອບການຈາກປະເທດຕ່າງໆ ທົ່ວໂລກຈະໃຫ້ຄວາມສົນໃຈໃນການຂະຫຍາຍຕະຫຼາດຢູ່ຈີນນັບມື້ຫຼາຍຂຶ້ນກວ່າເກົ່າ.

ທ່ານ Han Wenxiu ຮອງຜູ້ອໍານວຍການບໍລິຫານສໍານັກງານຄະນະກໍາມະການກາງດ້ານການເງິນ ແລະ ເສດຖະກິດ ກ່າວໃນເວທີປຶກສາຫາລືຄັ້ງນີ້ວ່າ: ໃນໄລຍະຊຸມປີມໍ່ໆ ມານີ້ ຈີນໃຫ້ຄວາມສໍາຄັນກັບການຂັບເຄື່ອນເສດຖະກິດດ້ວຍນະວັດຕະກໍາ ແລະ ຄວາມຄິດສ້າງສັນ, ສົ່ງເສີມການເພິ່ງພາອາໄສຕົນເອງດ້ວຍການພັດທະນາເຕັກໂນໂລຊີລະດັບສູງ ເພື່ອພັດທະນາກໍາລັງການຜະລິດທີ່ມີຄຸນນະພາບສູງ, ພັດທະນາ ແລະ ສົ່ງເສີມອຸດສາຫະກໍາໃໝ່ ໂດຍເນັ້ນໃສ່ສົ່ງເສີມເຕັກໂນໂລຊີດິຈິຕອລ, ເຕັກໂນໂລຊີສີ ຂຽວ ແລະ ເຕັກໂນໂລຊີປັນຍາປະດິດ ຫຼື AI ເພື່ອຍົກລະດັບອຸດສາຫະກໍາດັ່ງເດີມ.

ໂດຍລວມແລ້ວ, ບຸກ​ຄົນ​ສາ​ກົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືຂັ້ນ​ສູງ​ການ​ພັດ​ທະ​ນາ​ຈີນ​ປະ​ຈຳ​ປີ 2025 ກ່າວ​ຢືນ​ຢັນ​ວ່າ: ​ການ​ທີ່ຈີນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີຄຸນ​ນະ​ພາບ​ສູງ​ຢ່າງ​ຕໍ່​ເນື່ອງ ຈະ​ເພີ່ມ​ແຮງ​ຂັບ​ເຄື່ອນ​ ແລະ​ ຄວາມ​ແນ່ນອນຫຼາຍ​ຂຶ້ນກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ. ຈີນ​ພວມ​ສະ​ສົມ​ແຮງ​ຂັບ​ເຄື່ອນ​ໃໝ່​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດ​ຢັ້ງ. ນີ້​ຈະ​ເປັນ​ພະ​ລັງ​ແຮງ​​ທີ່​ຍືນ​ຍົງ​ ແລະ ເຂັ້ມ​ແຂງໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ​, ທັງ​ເປັນ​​ກາ​ລະໂອ​ກາດ​ໃໝ່​ຂອງ​ໂລກ. ນອກ​ນີ້, ການ​ປະ​ດິດ​ສ້າງ​ຂອງ​ຈີນ​ພວມ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງວ່ອງ​ໄວ, ເຮັດ​ໃຫ້​ຜູ້​ຮ່ວມ​ປະ​ຊຸມ​ໄດ້​ສຳ​ຜັດ​ເຖິງ​ກຳ​ລັງ​ບົ່ມ​ຊ້ອນອັນ​ມະ​ຫາ​ສານ​ແຫ່ງ​ການ​ພັດ​ທະ​ນາຂອງ​ຕະຫຼາດ​ຈີນ.

ກ່ອນ​ໜ້າ​ນີ້, ຈີນ​ໄດ້​ວາງ 20 ​ມາດ​ຕະ​ການ​ທີ່​ຕິດ​ແທດ​ຕົວ​ຈິງ ເພື່ອ​ເຮັດ​ໃຫ້​ທຶນ​ຕ່າງ​ປະ​ເທດ​ມີ​ຄວາມ ​ໝັ້ນ​ຄົງ, ຂະນະດຽວກັນ ນັກລົງທຶນ​ຕ່າງ​ປະ​ເທດ ກໍໄດ້​ຄົ້ນ​ພົບ​ເງື່ອນໄຂໃນການພັດທະນາໃໝ່ຢູ່​ຈີນ​ໂດຍ​ຜ່ານ​ຂໍ້​ມູນ​ເສດ​ຖະ​ກິດ​ໃນໄລຍະ 2 ເດືອນ​ຕົ້ນ​ປີ​ນີ້ທີ່ລັດຖະບານຈີນໄດ້ເປີດເຜີຍ ເຊິ່ງຈະ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມີ​ຄວາມ​ໝັ້​ນ​ໃຈ​ຕໍ່ການ​ສືບ​ຕໍ່​ພັດ​ທະ​ນາ​ທຸ​ລະ​ກິດ​ໃນ​ໄລ​ຍະ​ຍາວ​ຢູ່​ຈີນຢ່າງໜັກແໜ້ນ.

ສະນັ້ນ ຈິ່ງເຮັດໃຫ້ໝັ້ນໃຈໄດ້ວ່າ: ຈາກນະໂຍບາຍຂອງຈີນ ທີ່ສືບຕໍ່ພັດທະນາປະເທດດ້ວຍການເປີດປະຕູສູ່ພາຍນອກຢ່າງກວ້າງຂວາງ ແລະ ເນັ້ນໃສ່ຊຸກຍູ້ສົ່ງເສີມການຮ່ວມມືລະດັບໂລກ ເພື່ອຮັກສາການເຕີບໂຕຂອງເສດຖະກິດໃນໄລຍະຍາວຢ່າງໝັ້ນທ່ຽງ ໂດຍໃຫ້ຄວາມສໍາຄັນກັບການດໍາເນີນນະໂຍບາຍສົ່ງເສີມການລົງທຶນຈາກຕ່າງປະເທດ ເພາະເຫັນວ່າຜູ້ປະກອບການຈາກຕ່າງປະເທດມີບົດບາດສໍາຄັນຫຼາຍໃນການຮ່ວມພັດທະນາເສດຖະກິດຈີນ ຈະເຮັດໃຫ້ຜູ້ປະກອບການຈາກປະເທດຕ່າງໆ ຮ່ວມກັບຈີນຂັບເຄື່ອນໂລກາພິວັດທາງດ້ານເສດຖະກິດ, ຮ່ວມກັນພັດທະນາເສດຖະກິດຂອງໂລກທີ່ເປີດກວ້າງ, ຄອບຄຸມ ແລະ ຍືນຍົງຂຶ້ນກວ່າເກົ່າ.