ພິທີປະກາດບ້ານກະເຕາະ, ບ້ານຫີນລັບ, ບ້ານລະຈັງ ແລະ ບ້ານລາດ ທີ່ຂຶ້ນກັບເມືອງບົວລະພາ ແຂວງຄຳມ່ວນ ເປັນບ້ານປ້ອງ ກັນຊາດເຂັ້ມແຂງ ເຊິ່ງເປັນບ້ານທີ່ 10, 11, 12 ແລະ ບ້ານທີ 13 ຂອງເມືອງບົວລະພາ ແລະ ເປັນບ້ານທີ່ 66, 67, 68 ແລະ ບ້ານທີ 69 ຂອງແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 19 ມີນາ 2025 ທີ່ຜ່ານມາ ຢູ່ທີ່ຫ້ອງການບ້ານກະເຕາະ
ທ່ານ ສີວິໄລ ແກ້ວສີແພງ ຮອງເລຂາພັກບ້ານ ນາຍບ້ານໆກະເຕາະ ໄດ້ຕາງໜ້າໃຫ້ອົງການປົກຄອງທັງ 4 ບ້ານຂຶ້ນລາຍງານປະເມີນຜົນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຊິ່ງບ້ານກະເຕາະ ສາມາດປະເມີນຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 73 ຄອບຄົວ, ກວມເອົາ 85,14 %, ຍັງບໍ່ສາມາດບັນລຸໄດ້ 10 ຄອບຄົວ ເທົ່າກັບ 16,16 %, ບ້ານຫີນລັບສາມາດປະເມີນໄດ້ 60 ຄອບຄົວ, ກວມເອົາ 81,98%, ຍັງບໍ່ສາມາດບັນລຸໄດ້ 11 ຄອບຄົວ ເທົ່າກັບ 19,25% ບ້ານລາດ ສາມາດປະເມີນໄດ້ 52 ຄອບຄົວ, ກວມເອົາ 78,25 %, ຍັງບໍ່ສາມາດບັນລຸໄດ້ 10 ຄອບຄົວເທົ່າກັບ 22,3 % ສ່ວນບ້ານລະຈັງ ແມ່ນສ້າງໄດ້ 45 ຄອບຄົວ, ກວມເອົາ 77,35 %, ຍັງບໍ່ສາມາດບັນລຸໄດ້ 10 ຄອບຄົວ ເທົ່າກັບ 23,15 %
ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການ ປກຊ – ປກສ ແຂວງຄໍາມ່ວນ ວ່າດ້ວຍການອະນຸມັດໃຫ້ກອງບັນ ຊາການທະຫານແຂວງຄຳມ່ວນ ອອກໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງບົວລະພາ ວ່າດ້ວຍການອະນຸມັດໃຫ້ກອງບັນຊາການທະຫານເມືອງອອກໃບຢັ້ງ ຢືນໃຫ້ຄອບຄົວປ້ອງກັນຊາດເຂັ້ມແຂງ.
ທີ່ມາ: Medialaos






