ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮງໝໍເມືອງໜອງບົກ ໄດ້ຮັບອຸປະກອນການແພດ

Mar 25, 2025

ພິທີມອບ-ຮັບອຸປະກອນການແພດທີ່ໄດ້ຈາກການຈັດບຸນຜ້າ ປ່າສາມັກຄີອົດສະຕຣາລີ-ລາວ ໃຫ້ໂຮງໝໍເມືອງໜອງບົກ, ແຂວງຄໍາມ່ວນ ໃນທ້າຍອາທິດຜ່ານມາ.
ຕາງໜ້າມອບໂດຍຄອບຄົວ ທ່ານ ບຸນກອງ ພົມມະເສນ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ນິດຖາ ພິມມະເສນ ຫົວໜ້າຫ້ອງ ການສາທາລະນະສຸກ ເມືອງໜອງບົກ, ມີທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄໍາມ່ວນ ແລະ ຂະແໜງ ການກ່ຽວຂ້ອງເຂົ້າ ຮ່ວມ.
ເຄື່ອງທີ່ນໍາມອບຄັ້ງນີ້ ປະກອບມີ: ເຄື່ອງເອໂກ້ 1 ຊຸດ, ເຄື່ອງກວດເລືອດເຄມີ 1 ຊຸດ, ຕູ້ອົບເດັກແດງ 1 ຊຸດ, ຕຽງນອນຄົນ ເຈັບ 10 ຕຽງ ລວມມູນຄ່າທັງໝົດ 626 ລ້ານກີບ. ງົບປະມານດັ່ງກ່າວ ໄດ້ຈາກການປະກອບສ່ວນຫລາຍພາກສ່ວນຜູ້ໃຈບຸນໃຈສັດທາຈາກຕ່າງປະເທດ, ເມືອງໜອງບົກ ແລະ ພາກສ່ວນແຂວງຄໍາມ່ວນ.
ຂ່າວ: ມະນີວັນ