ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງົບປະມານນໍາໃຊ້ເຂົ້າໃນວຽກງານປົກປ້ອງສັງຄົມຍັງຈໍາກັດ

Mar 25, 2025

ໃນໂອກາດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ ຄັ້ງວັນທີ 26 ມີນານີ້ ທີ່ແຂວງວຽງຈັນ, ທ່ານ ຄຳໃບ ດຳ ລັດ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ໄດ້ມີຄວາມພະຍາຍາມສູງ ເພື່ອຂະຫຍາຍອັດຕາການປົກຄຸມປົກປ້ອງສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນກອງທຶນປະກັນສັງຄົມ, ປະກັນສຸຂະພາບ ແລະ ສະ ຫວັດດີການສັງຄົມ ໃຫ້ເປີດກວ້າງ ແລະ ທົ່ວເຖິງປະຊາຊົນລາວທຸກຊັ້ນຄົນ ໂດຍຈຸດປະສົງແມ່ນເພື່ອປົກປ້ອງພວກເຮົາຈາກຜົນກະທົບທາງດ້ານເສດຖະກິດ-ສັງຄົມ, ໄພພິບັດທາງທຳມະຊາດ, ການລະບາດຂອງເຊື້ອພະຍາດ ແລະ ຄວາມບອບບາງອື່ນໆ ດ້ວຍການສ້າງ, ປັບປຸງ ແລະ ກຳນົດນະໂຍບາຍຕ່າງໆເປັນແຕ່ລະໄລຍະ ເປັນຕົ້ນ: ຍຸດທະສາດປົກປ້ອງສັງຄົມແຫ່ງຊາດຮອດປີ 2025 ເຊິ່ງກຳລັງປະຕິບັດໃນປັດຈຸບັນ, ການປັບປຸງກົດໝາຍວ່າດ້ວຍປະກັນສຸຂະພາບ, ກົດໝາຍວ່າດ້ວຍປະກັນສັງຄົມ ແລະ ນິຕິກຳອື່ນໆ.
ສຳລັບສະພາແຫ່ງຊາດ ກໍຄືກຳມາທິການວັດທະນະທຳ-ສັງຄົມ ໄດ້ມີຄວາມເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມ ຕາມມະຕິເລກທີ 97/ສພຊ, ລົງວັນທີ 18 ກໍລະກົດ 2023 ໂດຍໄດ້ຮັບການຊ່ວຍ ເຫຼືອສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການຈາກອົງການຈັດຕັ້ງສາກົນ ດ້ວຍດີຕະຫຼອດມາ ໂດຍສະເພາະແມ່ນຈາກອົງການແຮງງານສາກົນ (ILO), ອົງການອຸຍນິເຊັບ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ອັນໄດ້ເຮັດໃຫ້ວຽກງານການປົກປ້ອງສັງຄົມຂອງ ສປປລາວ ມີຄວາມຄືບໜ້າຫຼາຍດ້ານ ແລະ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
ຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າປະສິດທິພາບຂອງວຽກງານດັ່ງກ່າວ ຍັງບໍ່ທັນສູງເທົ່າທີ່ຄວນ, ເຫດຜົນໜຶ່ງກໍແມ່ນຍ້ອນງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວຍັງຈໍາກັດ, ການລົງທຶນຈາກແຫຼ່ງທຶນພາຍ ໃນໃສ່ວຽກງານປົກປ້ອງສັງຄົມ ຖ້າທຽບໃສ່ລວມຍອດຜະລິດຕະ ພັນພາຍໃນ ແມ່ນຍັງຢູ່ໃນລະດັບຕ່ຳ, ກອງທຶນປົກປ້ອງສັງຄົມ ຍັງບໍ່ທັນໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ປະຊາຊົນຈຳນວນ ຫຼາຍ ຍັງບໍ່ທັນໄດ້ຮັບການປົກປ້ອງຈາກການອຸດໜູນການຄໍ້າປະ ກັນລາຍຮັບ ເປັນຕົ້ນແຮງງານຕາມລະດູການ, ແຮງງານນອກລະ ບົບ ແລະ ແຮງງານໃນຄົວເຮືອນ ເຊິ່ງເປັນກຸ່ມແຮງງານທີ່ມີລາຍຮັບຂ້ອນຂ້າງຕໍ່າ, ບໍ່ມີຄວາມໝັ້ນຄົງ, ບໍ່ມີຫຼັກຄໍ້າປະກັນລາຍໄດ້, ເງື່ອນໄຂການເຮັດວຽກບໍ່ທັນດີ ແລະ ເວລາເຈັບປ່ວຍ ບໍ່ທັນໄດ້ ຮັບການປົກປ້ອງສັງຄົມເທົ່າທີ່ຄວນ.
ທີ່ມາ: ຂ່າວ ຜູ້ແທນປະຊາຊົນ
May be an image of 11 people, dais and text