ກົມແຜນການ, ກະຊວງສຶກສາທິການ ແລະ ກີລາ ຈັດກອງປະຊຸມປະເມີນຄວາມພ້ອມກ່ອນການຮັບທຶນສະໜັບສະໜູນເພີ່ມເຕີມຂອງໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPEIII): ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມຢູ່ລາວ ໃນວັນທີ 24 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສີທອງ ສີຂາວ ວ່າການແທນຫົວໜ້າກົມແຜນການ ແລະ ທ່ານ ໄມເຄິນ ແດຣບໂບ ນັກເສດຖະສາດອາວຸໂສ ຫົວໜ້າຄະນະທີມງານທະນາຄານໂລກ.
ທ່ານ ສີທອງ ສີຂາວ ກ່າວວ່າ: ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໂດຍອີງໃສ່ແຜນງົບ ປະມານປະຈຳປີ 2021-2024 ທີ່ໄດ້ຮັບການອະນຸມັດຈາກທະນາຄານໂລກ ລວມມີທັງໝົດ 732 ກິດຈະກໍາ ໃນນັ້ນໄດ້ປະຕິບັດສໍາເລັດ 572 ກິດຈະກໍາ ກໍາລັງຈັດຕັ້ງປະຕິບັດ 129 ກິດຈະກໍາ, ຍັງບໍ່ໄດ້ປະຕິບັດ 31 ກິດຈະກໍາ, ງົບປະມານລວມທັງໝົດທີ່ຂຶ້ນແຜນ 29.281.972,60 ໂດລາສະຫະລັດ ເຊິ່ງທຽບການເບີກຈ່າຍຕາມລະບົບລາຍງານການເງິນຂອງທະນາຄານໂລກ (Client Connection) ມາຮອດປັດຈຸບັນໄດ້ບັນລຸ 65,63% ທຽບໃສ່ງົບປະມານທັງໝົດຂອງໂຄງການ.
ຈາກຜົນການລາຍງານຜົນການຄົ້ນຄ້ວາ ແລະ ແຜນການປັບປຸງການຈັດຕັ້ງປະ ຕິບັດຂອງແຕ່ລະໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການແລ້ວ ເຫັນວ່າ: ໂຄງການຍັງມີຫຼາຍກິດຈະກຳທີ່ຈຳເປັນ ແລະ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດເພີ່ມ ເຕີມເປັນຕົ້ນການຂະຫຍາຍກິດຈະກໍາ ແລະ ຈັດສັນງົບປະມານເພີ້ມເຕີມເຂົ້າໃນການກະກຽມ ແລະ ຊຸກຍູ້ຜູ້ຮຽນ, ສືບຕໍ່ ແລະ ຂະຫຍາຍກິດຈະກໍາ ແລະ ຈັດສັນງົບປະມານເພີ່ມເຕີມເຂົ້າໃນການບໍລິຫານໂຮງຮຽນທີ່ມີປະສິດທິຜົນ ໂດຍໄດ້ສະເໜີຂໍງົບປະມານການສະໜັບສະໜູນທືນເພີ່ມເຕີມ 15.990.000 ໂດລາ ແລະ ສືບຕໍ່ຂະຫຍາຍເວລາໃນການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ: ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ປີ 2027-2029 ເຊິ່ງງົບປະມານນີ້ ຈະໄດ້ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳໃນອົງປະກອບທີ 1 ແລະ ທີ 3 ເຊິ່ງຈາກງົບປະມານທີ່ຈະສະເໜີເພີ່ມເຕີມນີ້ ແນໃສ່ການຈັດຕັ້ງປະຕິ ບັດກິດຈະກຳຕ່າງໆ ຂອງໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ: ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ 2027-2029 ເພື່ອແກ້ໄຂບັນຫາການເຂົ້າຮຽນທີ່ຫຼຸດລົງ, ການປະລະການຮຽນທີ່ເພີ່ມຂຶ້ນ, ແລະ ອື່ນໆ.
ທີ່ມາ: ວຽງຈັນໃໝ່/VientianeMai






