ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສິນຄ້າໂອດ໋ອບ ເປັນທີ່ສົນໃຈຂອງຜູ້ແທນກອງປະຊຸມໃຫຍ່ນະຄອນຫຼວງພະບາງ ຄັ້ງທີ VIII

Mar 25, 2025

ໃນໂອກາດເປີດກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງພະບາງ ໃນລະຫວ່າງວັນທີ 24-25 ມີນາ 2025 ນີ້. ກຸ່ມຜະລິດກະສິກຳ ແລະ ຫັດຖະກຳ ນະຄອນຫຼວງພະບາງໄດ້ນຳເອົາສິນຄ້າໂອດ໋ອບ ມາວາງສະແດງ ແລະ ຂາຍ ເປັນຕົ້ນແມ່ນ ເຄື່ອງຫັດະກຳແຜ່ນແພ, ຈັກສານ, ຄວັດແກະສະຫຼັກ ແລະ ສິນຄ້າກະສິກຳປະກອບມີ ພືດຜັກສວນຄົວເຊັ່ນ: ເມລອນ, ໝາກເລັ່ນ, ເຂືອ, ເຜັດ, ຖົ່ວ, ຜັກກາດ, ໝາກແຕງ, ມັນ ແລະ ອື່ນໆ.
ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງພະບາງ ພ້ອມຄະນະຜູ້ແທນກອງປະຊຸມກໍໄດ້ພາກັນຍ່າງຊົມສິນຄ້າ ໂອດ໋ອບ ພ້ອມທັງຊົມເຊີຍຜົນງານ ແລະ ສີມືຂອງຊາວຫຼວງພະບາງທີ່ຜະລິດອອກມາຢ່າງຈົບງາມ ແລະ ປານີດເປັນຕົ້ນແມ່ນ ໂອ-ຂັນ ທີ່ເຮັດດ້ວຍໄມ້ດູ່, ໄມ້ຂ່າ ແລະ ເຄືອບດ້ວຍນໍ້າກ້ຽງ ແລະ ແກະສະລັກ ທີ່ເປັນເອກະລັກຂອງຫຼວງພະບາງໂດຍແທ້. ອີກອັນໜຶ່ງທີ່ເປັນໜ້າສົນໃຈ ແລະ ໄດ້ຂາຍດີກໍ ແມ່ນໝາກເມລອນ ແລະ ໝາກເລັ່ນເຊີລີ ທີ່ມີລົດຊາດແຊບ, ກອບ, ຫວານຫອມ.
ພາບ-ຂ່າວ: ດາວອນ ມະນີວັນ