ເມືອງພີນ ແຂວງສະຫວັນນະເຂດ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ XII ອົງຄະນະພັກເມືອງຂັ້ນຂອງຕົນ ເຊິ່ງກອງປະຊຸມແມ່ນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 25 ມີນາ 2025. ໃຫ້ກຽດເຂົ້າຮ່ວມເປັນປະທານກິຕິມະສັກໂດຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ລຳທອງ ຂອບສີລາວົງ ກຳມະການປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ແລະ ພາຍໃຕ້ການເປັນປະທານບັນຊາກອງປະຊຸມຂອງ ສະຫາຍ ພູລັດຕະນະ ພົມມະຫາໄຊ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງພີນ, ບັນດາສະຫາຍແຂກຖືກເຊີນ ແລະ ຜູ້ແທນສົມບູນຈຳນວນ 175 ສະຫາຍ, ຍິງ 18 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈຳນວນ 2,155 ສະຫາຍ, ຍິງ 633 ສະຫາຍ.
ສະຫາຍ ພູລັດຕະນະ ພົມມະຫາໄຊ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງພີນ ໄດ້ນຳພາດຳເນີນກອງປະຊຸມ ແລະ ກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ XII ຜູ້ແທນອົງຄະນະພັກເມືອງພີນຢ່າງເປັນທາງການ ຈາກນັ້ນ ສະຫາຍ ເກດສະໜາ ບຸດຕະວົງ ຮອງເລຂາພັກເມືອງ ກໍ່ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພີນ ຄັ້ງທີ XII ໄດ້ດໍາເນີນພາຍໃຕ້ຄໍາຂວັນ ທີ່ວ່າ: “ສ້າງເມືອງພີນ ເປັນເມືອງເຂັ້ມແຂງ; ຍົກສູງລະບົບການເມືອງ ໃຫ້ໜັກແໜ້ນ; ຍູ້ແຮງການຜະລິດກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳເປັນສິນຄ້າ; ສົ່ງເສີມການທ່ອງທ່ຽວ ທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ; ພັດທະນາຊັບພະຍາກອນມະນຸດ ແລະ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນມີລາຍໄດ້ໝັ້ນຄົງ” ຕະຫຼອດໄລຍະ 5 ປີຜ່ານມາຄະນະບໍລິຫານງານພັກເມືອງ ໄດ້ເອົາໃຈໃສ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ XI ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ, ໄດ້ນຳພາເຜີຍແຜ່ ແລະ ຜັນຂະຫາຍບັນດາເອກະສານມະຕິຄຳສັ່ງຕ່າງໆຂອງພັກ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ປະຕິບັດວິຊາສະເພາະຕິດພັນກັບການສ້າງພະລາທິການກັບທີ່, ຈັດຕັ້ງກຳລັງປະຈຳການກຽມສູ້ຮົບ, ປ້ອງກັນເວນຍາມ ແລະ ຕິດຕາມສະພາບຮອບດ້ານ, ສ້າງກຳລັງກອງຮ້ອຍ ໄດ້ 15 ກອງຮ້ອຍ, ປັບປຸງກຳລັງກອງຮ້ອຍໄດ້ 5 ກອງ, ປະກາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 63 ບ້ານ, ຮັບຮອງບ້ານປ້ອງກັນຊາດເຂັ້ມແຂງໄດ້ 58 ບ້ານ,ມີ 8,000 ກວ່າຄອບຄົວ ເພີ່ມຂຶ້ນ 22 ບ້ານ, ຮັບຮອງບ້ານປ້ອງກັນຄວາມສະຫງົບດີໄດ້ 99 ບ້ານ ເພີ່ມຂຶ້ນ 62 ບ້ານ, ຮັບຮອງບ້ານປອດຢາເສບຕິດໄດ້ 70 ບ້ານ, ເພີ່ມຂຶ້ນ 59 ບ້ານ. ດ້ານການພັດທະນາເສດຖະກິດ-ສັງຄົມ ການຂະຫຍາຍຕົວທາງດ້ານເສດຖະກິດສະເລ່ຍ 5,6%,ລວມຍອດຜະລິດຕະພັນ (GDP) ບັນລຸໄດ້ 764 ຕື້ກວ່າກີບ ຫຼື ຫຼາຍກວ່າ 97% ທຽບໃສ່ແຜນການ, ສະເລ່ຍໃສ່ພົນລະເມືອງໄດ້ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ ເທົ່າກັບ 461 ໂດລາສະຫະລັດ. ທົ່ວເມືອງມີເນື້ອທີ່ນາປີ 9,500 ເຮັກຕາ, ນາແຊງ 257 ເຮັກຕາ ດ້ວຍສະມັດຕະພາບ 3.3 ໂຕນ ຕໍ່ເຮັກຕາ, ບັນລຸໄດ້ 147,000 ກວ່າໂຕນ ເທົ່າກັບ 94% ຂອງແຜນການ, ສະເລ່ຍ 378 ກິໂລ/ຄົນ/ປີ, ນອກນັ້ນຍັງມີເຂົ້າເຫຼືອໄວ້ແຮ ແລະ ຂາຍເປັນສິນຄ້າ ຈຳນວນ 10,000 ກວ່າໂຕນ, ໄດ້ສົ່ງເສີມການຜະລິດຄອບຄົວໃຫ້ມີການປ່ຽນແປງໄປສູ່ອັນໃໝ່ເຊັ່ນ: ການປູກພືດລະດູແລ້ງໄດ້ 2,000 ກວ່າເຮັກຕາ, ຜົນຜະລິດລວມໄດ້ 108,000 ກວ່າໂຕນ, ລື່ນແຜນການ 2,6 ເທື່ອ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 8 ແຜນງານ 103 ໂຄງການ ປະຕິບັດໄດ້ 65 ໂຄງການ, ມູນຄ່າ 128 ຕື້ກວ່າກີບ ຫຼື ເທົ່າກັບ 63% ຂອງແຜນການ, ດ້ານພື້ນຖານໂຄງລ່າງທີ່ຈຳເປັນໄດ້ຮັບການພັດທະນາດີຂຶ້ນ, ທົ່ວເມືອງມີເສັ້ນທາງທັງໝົດ 70 ເສັ້ນ, ຍາວ 598 ກິໂລແມັດ, ສາມາດທຽວໄປ-ມາໄດ້ສອງລະດູ ມີ 70 ບ້ານ, ກວມເອົາ 69% ຂອງບ້ານ,ທົ່ວເມືອງ ມີຂົວ 63 ແຫ່ງ ເພີ່ມຂຶ້ນ 9 ແຫ່ງ, ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 24 ຕື້ກວ່າກີບ, ລື່ນແຜນການ 24%, ລາຍຈ່າຍປະຕິບັດໄດ້ 13 ຕື້ກວ່າກີບ, ເທົ່າກັບ 97% ຂອງແຜນການ. ວຽກວັດທະນະທຳ-ສັງຄົມ ໄດ້ເອົາໃຈໃສ່ປະຕິບັດແນວທາງການສຶກສາຂອງພັກໃຫ້ມີຄຸນະພາບ ແລະ ບັນລຸເປົ້າໝາຍພັດທະນາແບບຍືນຍົງ ເຊິ່ງສາມາດບັນລຸໄດ້ພຽງແຕ່ 3 ຄາດໝາຍເທົ່ານັ້ນ, ທົ່ວເມືອງມີໂຮງຮຽນທັງໝົດ 221 ແຫ່ງ, ການຂະຫຍາຍຕາໜ່າງສາທາລະນະສຸກລົງສູ່ຮາກຖານກຸ່ມບ້ານ ເຂດຫ່າງໄກສອກຫຼີກ ປົກຄຸມ 100% ພ້ອມທັງໄດ້ປັບປຸງການບໍລິການ ໄດ້ປະຕິບັດນະໂຍບາຍປິ່ນປົວໂດຍບໍ່ເສຍຄ່າ, ສູ້ຊົນແກ້ໄຂຄອບຄົວ, ບ້ານໃຫ້ສາມາດພົ້ນທຸກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ສຳເລັດໂດຍພື້ນຖານ ໂດຍໄດ້ສຸມໃສ່ການສຶກສາອົບຮົມ ນຳເອົາບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄຳສັ່ງຕ່າງໆລົງໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ຖັນແຖວສະມາຊິກພັກ-ພະນັກງານ, ປະຊາຊົນຢ່າງເປັນປົກກະຕິ.
ພ້ອມນີ້ພາຍໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ ຈາກສະຫາຍ ຄົມຄິດ ຍາດຕິວົງ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກເສດຖະກິດ, ຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ຕາງໜ້າຂົງເຂດວຽກງານຕ່າງໆພາຍໃນເມືອງ ພ້ອມນີ້, ບັນດາສະຫາຍຜູ້ແທນສົມບູນ ຍັງຈະໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງພີນຊຸດໃໝ່ນຳອີກ. ກອງປະຊຸມດັ່ງກ່າວ ແມ່ນໄດ້ດຳເນີນນັບແຕ່ວັນທີ 25-26 ມີນາ 2025 ຈຶ່ງຈະສຳເລັດ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ





