ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ເຂົ້າວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ

Mar 25, 2025

ໃນຕອນເຊົ້າວັນທີ 25 ມີນາ 2025, ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສອງຝ່າຍ ວ່າດ້ວຍການຮ່ວມມືດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ປະຈຳປີ 2025 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນລະຫວ່າງວັນທີ 23-26 ມີນາ2025 ທີ່ກະຊວງປ້ອງກັນຄວາມສະຫງົບເປັນເຈົ້າພາບ.
ໃນການວາງພວງມາລາຄັ້ງນີ້, ເພື່ອເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູ, ຮູ້ບຸນຄຸນ ເຖິງຜົນງານ, ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ອັນພິລະອາດຫານ ບໍ່ຍອມຈໍານົນຂອງບັນພະບຸລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະຢ່າງມີໄຊ, ປະກາດເອກະລາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງປັດຈຸບັນ.