ງານນໍາສະເໜີການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ຄັ້ງທຳອິດ (IPO) ຂອງ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2025, ທີ່ຕະຫຼາດຫຼັກຊັບລາວ ,ໂດຍມີ ທ່ານ ເອກະລາດ ສີສານ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ທ່ານ ສຽວສະຫວາດ ທີຣະກຸນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອໍານວຍການບໍລິສັດ ຫຼັກຊັບ BCEL-KT ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລິນ ລີ ຜູ້ອຳນວຍການ ບໍລິສັດ ຫຼັກຊັບລາວ-ຈີນ ມະຫາຊົນ ໄດ້ກ່າວໃນງານວ່າ: ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ (ເອີ້ນວ່າ: ບລຈ) ບລຈ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 27 ມິຖຸນາ 2013 ໃນຮູບແບບ ບໍລິສັດຈໍາກັດ ມີຊື່ວ່າ ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ, ປະກອບມີ 3 ຜູ້ຖືຮຸ້ນຄື:1. ທະນາຄານສົ່ງເສີມກະສິກໍາ ຈໍາກັດ ຖືຮຸ້ນ 41%; 2. ບໍລິສັດຫຼັກຊັບ ປາຊິຟິກ ຮຸ້ນສ່ວນ ຈໍາກັດ ຖືຮຸ້ນ 39% ແລະ 3. ບໍລິສັດ ລາວ ອຸດສາຫະກໍາຂໍ້ມູນຂ່າວສານ ຈໍາກັດ ຖືຮຸ້ນ 20%. ບລຈ ມີທຶນຈົດທະບຽນ 100,000,000,000 ກີບ, ມີຈໍານວນຮຸ້ນທັງໝົດ 10,000,000 ຮຸ້ນ, ມູນຄ່າກໍານົດ 10,000 ກີບ/ຮຸ້ນ, ຊຶ່ງໄດ້ຮັບການອະນຸຍາດສ້າງຕັ້ງບໍລິສັດຫຼັກຊັບຈາກ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ເອີ້ນວ່າ: “ຄຄຊ”) ເພື່ອເຄື່ອນໄຫວດໍາເນີນທຸລະກິດດ້ານຫຼັກຊັບເຕັມຮູບແບບປະເພດ ທີ່ປຶກສາທາງດ້ານການເງິນ, ນາຍໜ້າຊື້ ຂາຍ ຫຼັກຊັບ ແລະ ຜູ້ຄ້ຳປະກັນການອອກຈໍາໜ່າຍຫຼັກຊັບ.
ໃນວັນທີ 10 ມັງກອນ 2022, ບລຈ ໄດ້ຮັບການອະນຸຍາດດໍາເນີນທຸລະກິດ ຈາກ ຄຄຊ ໃນການເຄື່ອນໄຫວດໍາເນີນທຸລະກິດຫຼັກຊັບ ປະເພດ:1. ທີ່ປຶກສາທາງດ້ານການເງິນ; 2. ທີ່ປຶກສາດ້ານການລົງທຶນ; 3. ນາຍໜ້າຊື້ ຂາຍ ຫຼັກຊັບ ຕາມການສັ່ງຊື້ ຫຼື ສັ່ງຂາຍຂອງຜູ້ລົງທຶນ; 4. ຄ້າຫຼັກຊັບໃນນາມບໍລິສັດຫຼັກຊັບ; 5. ຄ້ຳປະກັນການອອກຈໍາໜ່າຍຫຼັກຊັບ ແລະ 6. ບໍລິຫານກອງທຶນສ່ວນບຸກຄົນ. ຊຶ່ງ ບລຈ ເປັນບໍລິສັດຫຼັກຊັບພຽງແຫ່ງດຽວໃນ ສປປ ລາວ ທີ່ໃຫ້ບໍລິການຄົບວົງຈອນໃນຂອບເຂດການດໍາເນີນທຸລະກິດດ້ານຫຼັກຊັບ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍຫຼັກຊັບ (ສະບັບປັບປຸງ).
ໃນທ້າຍປີ 2024, ບລຈ ໄດ້ຫັນປ່ຽນຮູບແບບ ບໍລິສັດຈໍາກັດ ມາເປັນ ບໍລິສັດມະຫາຊົນ ແລະ ໄດ້ແຕກຮຸ້ນຕາມອັດຕາສ່ວນ 1:100 (1 ຮຸ້ນເດີມ ແຕກຮຸ້ນອອກເປັນ 100 ຮຸ້ນໃໝ່, ເຮັດໃຫ້ມູນຄ່າກຳນົດຕໍ່ຮຸ້ນ ຈາກເດີມ 10,000 ກີບ/ຮຸ້ນ ມາເປັນ 100 ກີບ/ຮຸ້ນ ແລະ ຈໍານວນຮຸ້ນກໍເພີ່ມຂຶ້ນຈາກເດີມ 10,000,000 ຮຸ້ນ ມາເປັນ 1,000,000,000 ຮຸ້ນ ໂດຍທຶນຈົດທະບຽນຍັງຄົງເທົ່າເດີມ ແລະ ສັດສ່ວນການຖືຄອງຮຸ້ນຂອງ 3 ຜູ້ຖືຮຸ້ນກໍຍັງເທົ່າເດີມ.
ນັບຕັ້ງແຕ່ສ້າງຕັ້ງ ຈົນເຖິງ ປັດຈຸບັນ, ບລຈ ໄດ້ປະກອບສ່ວນຢ່າງຕັ້ງໜ້າສະໜັບສະໜູນການພັດທະນາເສດຖະກິດຂອງ ຂອງ ສປປ ລາວ ແລະ ພັດທະນາຕະຫຼາດທຶນລາວ ອີງຕາມແຜນແມ່ບົດຂອງ “ຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 (ສະບັບປັບປຸງ)” ໃຫ້ບັນລຸຕາມເປົ້າໝາຍ.
ການລະດົມທຶນຈາກການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດ (IPO) ຈໍານວນ 14,444,456,000 ກີບ ໃນຄັ້ງນີ້ ແມ່ນຈະນໍາໃຊ້ເພື່ອລົງທຶນສ້າງຕັ້ງບໍລິສັດ ບໍລິຫານກອງທຶນເພື່ອການລົງທຶນ ຈໍານວນ 10,000,000,000 ກີບ ແລະ ສ່ວນຂອງເງິນທີ່ຍັງເຫຼືອ ຈໍານວນ 4,444,456,000 ກີບ ແມ່ນຈະນໍາໃຊ້ເປັນທຶນໝູນວຽນຂອງ ບລຈ.
ການລະດົມທຶນໃນຄັ້ງນີ້ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງເງິນທຶນຂອງ ບລຈ ທີ່ຈໍາເປັນສໍາລັບການຂະຫຍາຍທຸລະກິດ ແລະ ການພັດທະນາເຕັກໂນໂລຊີ ປະເພດການຊື້ ຂາຍຫຼັກຊັບເທິງມືຖື ເປັນຕົ້ນ, ເພີ່ມຄວາມສາມາດໃນການແຂ່ງຂັນ, ເພີ່ມຄວາມໜ້າເຊື່ອຖື ແລະ ພາບຫຼັກຈາກການເປັນບໍລິສັດຈົດທະບຽນ, ສ້າງມູນຄ່າ ແລະ ສະພາບຄ່ອງໃຫ້ແກ່ຜູ້ຖືຮຸ້ນເດີມ ລວມທັງຊ່ວຍດຶງດູດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນ.
ພາຍຫຼັງທີ່ ບລຈ ສໍາເລັດການອອກຈໍາໜ່າຍຮຸ້ນ IPO ແລະ ຈົດທະບຽນໃນຕະຫຼາດຫຼັກຊັບແລ້ວ, ບລຈ ກໍ່ຈະກາຍເປັນບໍລິສັດຫຼັກຊັບ ແຫ່ງທໍາອິດ ທີ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະ ເປັນບໍລິສັດຮ່ວມທຶນລະຫວ່າງ ລາວ-ຈີນ ແຫ່ງທໍາອິດຂອງ ສປປ ລາວ ທີ່ໄດ້ເຂົ້າຈົດທະບຽນໃນ ຕລຊລ ອີກດ້ວຍ. ການເຂົ້າຈົດທະບຽນຂອງ ບລຈ ຈະສາມາດດຶງດູດຄວາມໜ້າສົນໃຈຂອງຜູ້ລົງທຶນຈາກຫຼາຍພາກສ່ວນ ເຮັດໃຫ້ມີຄວາມຫຼາກຫຼາຍຂອງຜູ້ລົງທຶນໃນຕະຫຼາດທຶນ, ເພີ່ມສະພາບຄ່ອງຂອງຕະຫຼາດທຶນໂດຍລວມ ແລະ ເສີມສ້າງຄວາມເຊື່ອໝັ້ນໃນລະບົບຕະຫຼາດທຶນ. ນອກຈາກນັ້ນ, ກໍເປັນການສ້າງຕົວແບບໃຫ້ແກ່ບໍລິສັດຫຼັກຊັບອື່ນໆໃນການພິຈາລະນາເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບອີກດ້ວຍ.
ການອອກຈໍາໜ່າຍຮຸ້ນ IPO ຂອງ ບລຈ ບໍ່ພຽງແຕ່ຈະສ້າງຜົນຕອບແທນໃຫ້ແກ່ຜູ້ຖືຮຸ້ນເທົ່ານັ້ນ ແຕ່ຍັງຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາຕະຫຼາດທຶນ ແລະ ເສດຖະກິດຂອງ ສປປ ລາວ, ເປັນການຍົກລະດັບຄວາມເຊື່ອໝັ້ນຂອງຜູ້ລົງທຶນຕ່າງປະເທດຕໍ່ລະບົບການເງິນຂອງລາວ ແລະ ສົ່ງເສີມການລົງທຶນຈາກຕ່າງປະເທດ, ພ້ອມທັງຖືໂອກາດນີ້ເພື່ອປະກອບສ່ວນເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມ ແລະ ເວົ້າສະເພາະແມ່ນປະກອບສ່ວນເຂົ້າໃນແຜນຍຸດທະສາດພັດທະນາຕະຫຼາດທຶນ ສປປ ລາວ.
ຂ່າວ-ພາບ:ຕຸໄລເພັດ




