ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີລົງນາມສັນຍາສອງຝ່າຍ ວ່າດ້ວຍການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ ໂດຍການລົງນາມຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ວິວແຮມ ດົນໂກ ເອກອັກຄະລັດຖະທູດແຫ່ງ ໂອຕຣິດ ປະຈຳລາວ.
ຈຸດປະສົງເພື່ອເພີ່ມທະວີການຮ່ວມມືຂອງສອງປະເທດ ດ້ານວຽກງານການບິນພົນລະເຮືອນ ເພື່ອຮັບປະກັນການເຊື່ອມໂຍງເຊື່ອມຈອດ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ.
ຂ່າວ-ພາບ: ຍຸພິນທອງ



