ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະດົມຄວາມຄິດເຫັນ ຂົງເຂດອໍານາດລັດຕໍ່ຮ່າງລາຍງານການເມືອງຄັ້ງທີ XII ຂອງພັກ

Mar 25, 2025

ສະຫາຍ ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດ, ສະພາທິດສະດີສູນກາງພັກ, ຄະນະຮັບຜິດ ຊອບສຳມະນາຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກໃນຂົງເຂດອໍານາດລັດ ໄດ້ເປັນປະທານກອງປະຊຸມລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງ ເຂດອໍານາດລັດ) ຈັດຂຶ້ນໃນວັນທີ 25 ມີນາ 2025 ຢູ່ຫ້ອງວ່າການສູນກາງພັກ, ນະຄອນຫລວງວຽງຈັນ.
ຈຸດປະສົງເພື່ອລະດົມຄວາມຄິດຄວາມເຫັນ ເພື່ອສືບຕໍ່ປັບປຸງຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກໃນຂົງເຂດອໍານາດລັດ ໃຫ້ມີເນື້ອໃນເລິກ ເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກຢ່າງກວ້າງຂວາງ; ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະ ແຕ່ຫົວທີຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະ ກຽມເນື້ອໃນລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ມີ ການເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາ ໃນຫລາຍແງ່ມູມ, ອະທິບາຍບັນຫາຕ່າງໆ ເຊິ່ງສາມາດລະດົມໄດ້ຄຳຄິດຄຳເຫັນຢ່າງຫລາກຫລາຍ, ອຸດົມສົມບູນ ທີ່ເປັນພື້ນຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານການເມືອງ ໃນຂົງເຂດອຳນາດລັດໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.
ທີ່ມາ: ຂປລ